NASA ຄົ້ນພົບ ດາວເຄາະນ້ອຍ ມີຄຳ ຈຳນວນຫລາຍ

ເມື່ອບໍ່ດົນຜ່ານມານີ້ NASA ໄດ້​ເປີດ​ເຜີຍ​ຂໍ້​ມູນ​ກ່ຽວ​ກັບ​ການ​ຄົ້ນ​ພົບ”ດາວເຄາະນ້ອຍ 16 Psyche”ທີ່ ໂຄຈອນຢູ່ລະຫວ່າງດາວອັງຄານ ແລະ ດາວພະຫັດ !!!

16 Psyche ເປັນດາວເຄາະນ້ອຍທີ່ມີຄວາມພິເສດ ແຕກຕ່າງ ຈາກດາວເຄາະອື່ນໆ ເນື່ອງຈາກພື້ນຜິວຂອງມັນ ອັດແນ້ນໄປດ້ວຍ ແຮ່ຄຳ ແລະ ຍັງມີແຮ່ທາດອື່ນ ອີກຫລວງຫລາຍ

ມີການປະເມີນຄ່າຂອງແຮ່ທາດໃນດາວເຄາະນ້ອງນີ້ຢູ່ທີ່ 10 ພັນຕື້ໂດລາສະຫະລັດ ຫລື ຫລາຍກວ່າ GDP ຂອງຕົນໝົດໂລກລວມກັນ.(ອີງ​ຕາມ​ຂໍ້​ມູນ​ຈາກ​ທະ​ນາ​ຄານ​ໂລກ​, GDP ຂອງ​ໂລກ​ຂອງ​ພວກ​ເຮົາ​ແມ່ນ 85.6 ພັນ​ຕື້​ໂດ​ລາ​.)

ດາວເຄາະນ້ອຍ 16 Psyche ມີເສັ້ນຜ່າກາງ 225 ກິໂລແມັດ

NASA ຍັງກ່າວຕື່ມອີກວ່າ ມີແຜນທີ່ຈະສົ່ງຍານອະວະກາດ ອອກໄປເພື່ອ ສຳຫລວດດາວເຄາະ ດັ່ງກ່າວ ໃນເດືອນສິງຫາ ປີນີ້ ແຕ່ເນື່ອງ ຈາກຍັງມີຂໍ້ຜິດພາດ ຫລາຍຢ່າງຂອງ ລະບົບ ຕ່າງໆ ເຮັດໃຫ້ ຖືກເລື່ອນໄປເປັນ ເດືອນ ຕຸລາ 2023 ແທນ

ແລະ ຖ້າວ່າພາລະກິດນີ້ເປັນໄປຕາມແຜນທີ່ວາງໃວ້ ຄາດວ່າ ຍານອະວະກາດ ຈະໄປຮອດ 16 Psyche ໃນເດືອນ ສິງຫາ ປີ 2029.

ຂໍ້ມູນຈາກ :NASA, BeartaiBRIEF, bbc uk

Leave a Reply

Your email address will not be published. Required fields are marked *

Back to top button