ທ່ານ ຮຸນ ເຊັນ ພ້ອມສະໜັບສະໜຸນ ລູກຊາຍໃຫ້ເປັນຜູ້ນໍາປະເທດ

ໃນວັນທີ 2 ທັນວາ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດ ໄດ້ລາຍງານວ່າ: ທ່ານ ສົມເດັດຮຸນເຊັນ ນາຍົກລັດຖະມົນຕີຂອງກໍາປູເຈຍ ໄດ້ກ່າວໃນຕອນລົງພື້ນທີ່ແຂວງພະສີນຸ ວ່າ:

ຂໍປະກາດຢ່າງເປັນທາງການ ໃນການສະໜັບສະໜຸນ ທ່ານ ຮຸນ ມາເນດ ລູກຊາຍກົກ ອາຍຸ 44 ປີ ທີ່ປັດຈຸບັນດໍາລົງຕໍາແໜ່ງຮອງຜູ້ບັນຊາການທະຫານສູງສຸດ ແລະ ຮອງປະທານຄະນະເສນາທິການທະຫານໃຫ້ເປັນຜູ້ສືບທອດອໍານາດທາງການເມືອງ ໂດຍຜ່ານຂະບວນການເລືອກຕັ້ງ.

ທ່ານ ຮຸນເຊັນ ເປັນລັດຖະມົນຕີຂອງກໍາປູເຈຍມາດົນເຖິງ 36 ປີ ແລະ ທ່ານມັກຈະກ່າວເຖິງຄວາມສໍາເລັດຂອງລູກຊາຍວ່າເປັນໜຶ່ງໃນຜົນຜະລິດຂອງການສຶກສາ ແລະ ການຝຶກອົບຮົມ

ໂດຍມີການຄາດຄະເນກັນວ່າປະເທດກໍາປູເຈຍຈະມີການເລືອກຕັ້ງຄັ້ງໃໝ່ໃນປີ 2023 ແລະ ທ່ານ ຮຸນເຊັນ ເອງກໍຍັງບໍ່ໄດ້ມີທ່າທີຈະປ່ອຍວາງຈາກການເປັນລັດຖະມົນຕີ ແລະ ລູກຊາຍຂອງທ່ານຮຸນເຊັນ ເອງອາດຈະຕ້ອງໄດ້ລໍຖ້າເຖິງ 10 ປີ ຈຶ່ງຈະໄດ້ຂຶ້ນສູ່ຕໍາແໜ່ງຜູ້ນໍາປະເທດ.

Leave a Reply

Your email address will not be published. Required fields are marked *

Back to top button