ມະຫາເສດຖີ ເມັດພືດ ລາຍໃຫຍ່ຢູເຄຣນ ເສຍຊີວິດຈາກການຖືກລູກສອນໄຟ

ອີງຕາມການລາຍງານຂອງສຳນັກຂ່າວ ອາຈາສິລາ ໃນວັນ​ທີ 1 ສິງ​ຫາ 2022,  ລາຍ​ງານ​ວ່າ ຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນ ໄດ້ທະວີຄວາມຮຸນແຮງລາມຈົນມາຮອດເມືອງ​ທ່າ​ເຮືອ Mykolayiv.

ພາກ​ໃຕ້​ຂອງ​ຢູເຄຣນ​ ສົ່ງຜົນໃຫ້ເຈົ້າຂອງບໍລິສັດຫນຶ່ງໃນຜູ້ຜະລິດເມັດພືດທີ່ໃຫຍ່ທີ່ສຸດ ຂອງ ຢູເຄຣນເສຍຊີວິດ.

ເຈົ້າຫນ້າທີ່ທ້ອງຖິ່ນກ່າວວ່າ: ທ່ານ ໂອເລັກຊີ ວາດາເທີສກີ  (Oleccey Vadatersky), ຜູ້ກໍ່ຕັ້ງແລະເຈົ້າຂອງບໍລິສັດກະສິກໍາ ນິບູລອນ (Nibulon), ໄດ້ເສຍຊີວິດກັບພັນລະຍາຂອງລາວຢູ່ໃນເຮືອນຂອງພວກເຂົາ.

Nibulon ມີສໍານັກງານໃຫຍ່ຢູ່ໃນເມືອງ ມິໂຄລະຍີບ Mykolaiv. ເມືອງທ່າທີ່ສຳຄັນທາງ​ຍຸດ​ທະ​ສາດ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ພາກ​ພື້ນ ເຄີຊອນ Kherson ທີ່ຖືກຣັດ​ເຊຍ​ຍຶດຄອງ.

ສຳລັບ Nibulon ເປັນບໍລິສັດທີ່ມີຄວາມຊ່ຽວຊານໃນການຜະລິດ ແລະ ການສົ່ງອອກເຂົ້າສາລີ, ເຂົ້າບາເລ້ ແລະ ສາລີ, ມີກອງເຮືອ ແລະ ເຮືອເປັນຂອງຕົນເອງ.

ທ່ານ ໂວໂລດິເມຍ ເຊເລນສະກີ Volodymyr Zelensky, ປະທານາທິບໍດີຢູເຄຣນ ກ່າວວ່າ: ການເສຍຊີວິດຂອງ Vadatersky ມັນເປັນການສູນເສຍອັນໃຫຍ່ຫຼວງສໍາລັບຢູເຄຣນ

ພ້ອມລະບຸວ່ານັກທຸລະກິດລາຍນີ້ແມ່ນຢູ່ໃນຂະບວນການສ້າງຕະຫຼາດເມັດພືດຂະຫນາດໃຫຍ່ທີ່ກ່ຽວຂ້ອງກັບເຄືອຂ່າຍການຂົນສົ່ງທາງເຮືອອີກດ້ວຍ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button