ປູຕິນ ເຕືອນຫາກຸ່ມນາໂຕ້ເປັນຄັ້ງສຸດທ້າຍຖ້າຍັງເຂົ້າມາແຊກແຊງຕ້ອງເຈີລູກຫນັກ

(ມີຫລາຍຄລີບເດີ້). ປູຕິນໄດ້ອອກມາປະກາດເຕືອນຝ່າຍກຸ່ມນາໂຕ້ແລະພັນທະມິດ ທີ່ຢາກມີສ່ວນຮ່ວມທີ່ຈະເຂົ້່າມາແຊກແຊງແລະຊ່ວຍເຫລືອກັບເຫດການທີ່ກຳລັງເກີດຂຶ້ນໃນປະເທດຢູເຄຣນ

ແມ່ນຈະຖືກສວນກັບ ແບບໄວແບບຫນັກແລະຮຸນແຮງ ແບບທີ່ເກິນຈິນຕະນາການແລະ ບໍ່ເຄີຍມີມາກ່ອນ

ນອກນັ້ນ, ຍັງມີລາຍງານມາວ່າ ທະຫານຂອງປະເທດຢູເຄຣນຫລາຍຄົນເລີ່ມສະລະຕຳແຫນ່ງແລະຫນ້າທີ່ ຫນີອອກຈາກສະຖານະການລ່າສຸດ ເພື່ອຮັກສາຊິວິດ..

ເພາະວ່າ ປູຕິນ ເປີດສາກຍິງຖະລົ່ມຫຼາຍເມືອງໃນປະເທດຢູເຄຣນ ເຊີ່ງປູຕິນ ສັ່ງກອງທັບຣັສເຊຍເລີ່ມເປີດສາກຍິງຂີປະນາວຸດຖະລົ່ມເປົ້າໝາຍຫຼາຍເມືອງຂອງປະເທດຢູເຄຣນ ພ້ອມສົ່ງກອງກຳລັງຍົກພົນກຳລັງບຸກຊາຍຝັ່ງທາງຕອນໃຕ້

ຊົມຄລີບ: ສົ່ງກຳລັງທະຫານ

..​

ຫຼັງຈາກທີ່ປະທານາທິບໍດີ ວະລາດິມີ ປູຕິນ ເຊັນຄຳສັ່ງເລີ່ມປະຕິບັດການພິເສດທາງກອງທະຫານໃນວັນທີ 24 ກຸມພາ 2022ດ້ານຜູ້ນຳຢູເຄຣນ ໂວໂລດິມີ ເຊເລນສກີ ຖະແຫຼງການປະກາດກົດໄອຍາການເສິກ ແລະ

ໄດ້ໂທລະສັບປຶກສາຫາລືກັບປະທານາທິບໍດີ ໂຈ ໄບເດນ ແຫ່ງສະຫະລັດອາເມລິກາ ແລະ ມີການລະດົມກຳລັງພົນສຳຮອງເຂົ້າປະຕິບັດໜ້າທີ່ຮັບໃຊ້ຊາດຕັ້ງແຕ່ຕອນຄືນຂອງວັນທີ 23 ຕຸລາ 2022ດ້ານຜູ້ນຳ UN ອ້ອນວອນໃຫ່ປູຕິນ ຢຸດສົງຄາມເພື່ອເຫັນແກ່ມະນຸດສະທຳ ແລະ

..

ປະທານາທິບໍດີ ໂຈ ໄບເດນ ແຫ່ງສະຫະລັດອາເມລິກາ ເຕືອນວ່າຣັສເຊຍ ຕ້ອງຮັບຜິດຊອບຕໍ່ການເຂັນຂ້າ ແລະ ການທຳລາຍລ້າງທີ່ເກີດຂື້ນ ນອກນີ້ເລຂາທິການນາໂຕ ເຢນ ສໂຕນເຕນເບີກ ອອກມາປະນາມຣັສເຊຍວ່າ ຂາດຄວາມຢັບຢັງສັ່ງໃຈ ແລະ ເປັນຝ່າຍໂຈມຕີຢູເຄຣນກ່ອນເຫດການທີ່ເກີດຂື້ນໃນຄັ້ງນີ້ຜູ້ນຳຣັສເຊຍອ້າງວ່າ

ບໍ່ມີທາງເລືອກ ຈຳເປັນຕ້ອງຢຸດໄພຄຸກຄາມທີ່ເກີດມາຈາກຢູເຄຣນ ທີ່ມີຈິດໃຈຝັກໄຝ່ຕາເວັນຕົກ ຮັສເຊຍບໍ່ຮູ້ສຶກປອດໄພ, ພັດທະນາ ແລະ ດຳລົງຢູ່ໄດ້ ຕາບໃດທີ່ມີໄພຄຸກຄາມຈາກດິນແດນຢູເຄຣນຍຸກໃໝ່ເຂົ້າມາຢ່າງຕໍ່ເນື່ອງຕໍ່ກັບເຫດການໃນຄັ້ງນີ້ສົ່ງຜົນ

ໃຫ້ດັດຊະນີຫຸ້ນໂລກຫຼຸດລົງທັນທີ່ ຄ່າເງີນໂດລາ ແລະ ລາຄາຄຳປັບໂຕສູງຂື້ນ ເຊັ່ນດຽວກັນກັບລາຄານໍ້າມັນທີ່ທະລຸເຖິງ 100 $/ບາເຣລ ເປັນຄັ້ງທຳອິດນັບຕັ້ງແຕ່ປີ 2014

ຊົມຄລີບ1

ຊົມຄລີບ2

ຊົມຄລີບ3

ຊົມຄລີບ4

ຊົມຄລີບ5

ຊົມຄລີບ6

ຊົມຄລີບ7

Leave a Reply

Your email address will not be published. Required fields are marked *

Back to top button