ປູຕິນ ອອກດຳລັດ ເລັ່ງດ່ວນ ຮັບຊາວຢູເຄຣນ ມາເປັນສັນຊາດຣັດເຊຍ

ຊາວຢູເຄຣນທັງໝົດ ບັດນີ້ສາມາດຂໍສັນຊາດຣັດເຊຍໄດ້ຢ່າງວ່ອງໄວ ອີງຕາມດຳລັດທີ່ໄດ້ລົງນາມໂດຍປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ໃນວັນຈັນວານນີ້.

ກ່ອນໜ້ານີ້ ທາງເລືອກອັນນີ້ ໄດ້ເປີດໃຫ້ແກ່ພຽງພົນລະເມືອງຊາວຢູເຄຣນ ຢູ່ໃນເຂດ​ໂດເນັສ ທາງພາກຕາເວັນອອກ ແລະໃນຂົງເຂດລູຮານສ໌ ເທົ່ານັ້ນ ພ້ອມດ້ວຍພົນລະເມືອງໃນເຂດຊາໂປຣີສເຊຍ ທາງພາກໃຕ້ ແລະຂົງເຂດເຄີຊອນ ຊຶ່ງເປັນພື້ນທີ່ສ່ວນໃຫຍ່ ທີ່ຄວບຄຸມໂດຍຣັດເຊຍ.

ມັນບໍ່ເປັນທີ່ຈະແຈ້ງວ່າ ມີຈັກຄົນທີ່ໄດ້ຍື່ນເອກະສານຂໍສັນຊາດຣັດເຊຍ ແຕ່ໃນລະຫວ່າງປີ 2019 ເມື່ອພົນລະເມືອງຂອງເຂດໂດເນັສ ແລະລູຮານສ໌ ໄດ້ຮັບຂໍ້ສະເໜີດັ່ງກ່າວນັ້ນ ແລະໃນປີ 2022 ນີ້ ມີພົນລະເມືອງປະມານ 18 ເປີເຊັນ ໃນພື້ນທີ່ດັ່ງກ່າວ ຂອງຢູເຄຣນ ທີ່ຄຸ້ມຄ້ອງໂດຍພວກກະບົດ ກໍໄດ້ຮັບໜັງສືເດີນທາງຂອງຣັດເຊຍ.

ໃນເດືອນພຶດສະພາຜ່ານມາ ໂຄງການດັ່ງກ່າວໄດ້ຖືກຂະຫຍາຍອອກໄປໃຫ້ພົນລະເມືອງໃນຂົງເຂດ ຊາໂປຣີສເຊຍ ແລະເຄີຊອນ ນຳດ້ວຍ.

ບັນດາເຈົ້າໜ້າທີ່ຂອງຢູເຄຣນ ຍັງບໍ່ທັນໄດ້ໃຫ້ຄຳເຫັນໃດໆ ກ່ຽວກັບດຳລັດຂອງທ່ານປູຕິນ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button