ລຸ້ນໄປພ້ອມກັນ! ຄາດວ່າລາຄານໍ້າມັນຈະປັບໂຕລົງພາຍໃນອາທິດໜ້າ

ລຸ້ນໄປພ້ອມກັນ! ຄາດວ່າລາຄານໍ້າມັນຈະປັບໂຕລົງພາຍໃນອາທິດໜ້າ
ຫລັງ ທ່ານ ໂຈ ໄບເດນ ປະກາດປ່ອຍນໍ້າມັນສໍາຮອງອອກຈາກຄັງຍຸດທະສາດ 1ລ້ານ barrel ຕໍ່ວັນ ເປັນເວລາ 6 ເດືອນ.

ທ່ານ ໂຈ ໄບເດນ ປະທານາທິບໍດີຂອງສະຫະລັດ ປະກາດໃຫ້ມີການປ່ອຍນໍ້າມັນສໍາຮອງ ຈາກຄັງນໍ້າມັນສໍາຮອງເຊີງຍຸດທະສາດປະມານ 180 ລ້ານ barrel ສະເລ່ຍເປັນການລະບາຍນໍ້າມັນດິບ 1ລ້ານ barrel ຕໍ່ວັນ
ຕິດຕໍ່ກັນເປັນເວລາ 6 ເດືອນ ເພື່ອພະຍາຍາມຄວບຄຸມລາຄານໍ້າມັນປະເທດ ທີ່ດີດສູງຂຶ້ນ.

ຫຼັງຄໍາປະກາດດັ່ງກ່າວລາຄານໍ້າມັນດິບຕົກລົງເກືອບ 6% ຕອນນີ້ກໍຕ້ອງມາຖ້າລຸ້ນກັນຕໍ່ໄປວ່າລາຄານໍ້າມັນຈະຫຼຸດລົງ ຫຼືບໍ່ ?

ເບື້ອງຕົ້ນນັກວິເຄາະຕ່າງອອກມາປະເມີນວ່າລາຄານໍ້າມັນດິບຈະເລີ່ມຄາຍໂຕ ປັບລົດລົງແຕ່ຍັງຕ້ອງຕິດຕາມຫຼາຍປັດໄຈເຊັ່ນ ການແຜ່ລະບາດຂອງພະຍາດໂຄວິດໃນປະເທດຈີນທີ່ລັດຖະບານກັບມາລ໋ອກດາວບາງເມືອງ.

ນັກວິເຄາະດ້ານນໍ້າມັນລະບຸວ່າ ການປ່ອຍພະລັງງານສໍາຮອງຄັ້ງນີ້ອາດຊ່ວຍບັນເທົາລາຄາໃນໄລຍະສັ້ນ ຄ້າຍກັບດານກິນຢາດີເຈັບຫົວ ແຕ່ສຸດທ້າຍແລ້ວປະເດັນທີ່ຕະຫຼາດໃຫ້ຄວາມສໍາຄັນຄືປັນຫາພື້ນຖານທີ່ເຮັດໃຫ້ລາຄານໍ້າມັນເພີ່ມສູງຂຶ້ນ.

ປັດຈຸບັນການຜະລິດນໍ້າມັນອອກສູ່ຕະຫຼາດໂລກຍັງຕໍ່າກວ່າຊ່ວງກ່ອນໜ້າທີ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19

ຈຶ່ງເຮັດໃຫ້ປະລິມານນໍ້າມັນບໍ່ພຽງພໍກັບຄວາມຕ້ອງການ ສົ່ງຜົນໃຫ້ລາຄານໍ້າມັນປັບໂຕສູງຂຶ້ນຕັ້ງແຕ່ກ່ອນເກີດສົງຄາມໃນຢູເຄນ ທີ່ຍິ່ງຕື່ມໃຫ້ລາຄານໍ້າມັນໂລກຜັນຜວນໜັກຂຶ້ນ.

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button