ດ່ວນ! ຕ້ອງການ ແຮງງານ ໄປເຮັດວຽກ ບໍ່ຈຳເປັນມີການສືກສາສູງ

ຂ່າວດີ ສຳລັບແຮງງານລາວ ທີ່ກຳລັງກຽມພ້ອມໃນການຈະໄປເຮັດວຽກຢູ່ຕ່າງປະເທດ, ປັດຈຸ ບັນ ສ. ເກົາຫຼີ ພວມຕ້ອງການແຮງງານ 1.000 ກວ່າຄົນ ເພື່ອໄປເຮັດວຽກ,

ໂດຍໂຄຕ້າດັ່ງກ່າວແມ່ນຈະມີການຈັດສົ່ງໃນເດືອນມິຖຸນາ ທີ່ຈະມາເຖິງນີ້ !!!ໃນໄລຍະຜ່ານມາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ

ຕາມລະດູການ ຮ່ວມກັບເມືອງ Yeongdeok-Gun, Hoengseong-Gun ແລະ Changnyeong-Gun ແລະ ໃນໝໍ່ໆນີ້ ແມ່ນຈະໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບ 4 ເມືອງອີກ ຊຶ່ງມີຄວາມຕ້ອງການຜູ້ອອກ ແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ພາຍໃນເດືອນມິຖຸນາ ຫຼາຍກ່ວາ 1.000 ຄົນ !

ສຳລັບຂັ້ນຕອນໄປເຮັດວຽກຄັ້ງນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບໝາຍໃຫ້ ບໍລິສັດ ສະຫວັນບໍລິການຈັດຫາງານ ແລະ ບໍລິສັດ ໄອຈ໋ອບ ຈຳກັດ ເປັນຜູ້ຮັບຜິດຊອບຊອກຫາແແຮງງານ, ຄັດເລືອກແຮງງານ, ດຳເນີນເອກະສານໃຫ້ແຮງງານ, ຕິດຕາມ ແລະ ຄຸ້ມຄອງຜູ້ອອກແຮງງານຕະຫຼອດໄລຍະເວລາເຮັດວຽກຢູ່ ສ.ເກົາຫຼີ.

ຊຶ່ງຜູ້ອອກແຮງງານບໍ່ຈຳເປັນຕ້ອງຮຽນຮູ້ພາສາເກົາຫຼີ ຂໍແຕ່ມີສຸຂະພາບແຂງແຮງງານດີ, ຢູ່ໃນເກນອາຍຸ 25-45 ປີ ແລະ ມີຄວາມຕ້ອງການຢາກເຮັດວຽກແທ້ ກໍ່ສາມາດສະໝັກໄດ້. ສ່ວນຄ່າໃຊ້ຈ່າຍໃນການໄປເຮັດວຽກທັງໝົດ ເຊັ່ນ:

ຄ່າປະກອບເອກະສານ, ຄ່າວີຊາແຮງງານ, ຄ່າປີ້ຍົນໄປ-ກັບ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງ ແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງ. ເພື່ອເຮັດໃຫ້ການໄປເຮັດວຽກຢູ່ ສ.ເກົາຫຼີ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ

ພ້ອມທັງເປັນການຊ່ວຍຫຼຸດຜ່ອນບັນຫາການຕົວະຍົວະ ແລະ ຫຼອກຫຼວງຂອງກຸ່ມຄົນທີ່ຊອກຜົນປະໂຫຍດ ..ສອບຖາມຂໍ້ມູນເພີ່ມເຕີມນຳພະແນກຈັດຫາງານໄປຕ່າງປະເທດ, ກົມການຈັດຫາງານ, ກະຊວງ ຮສສ. ໂທ: 021 217738, 02099510013, 020 59994999

————————-

ຜູ້ສົນໃຈຢາກໄປ ຢາກຮູ້

ໃຜຢາກຮູ້ວ່າ ກ່ອນໄປເຮັດວຽກຢູ່ເກົາຫລີ ເຮົາໄດ້ ເສຍເທົ່າໃດ ກົດລີ້ງນີ້ ອ່ານລາຍລະອຽດ ຂອງການເສຍເງີນກ່ອນໄປ ກົດລີ້ງນີ້ https://laohotnews.com/16612/

————————-

Leave a Reply

Your email address will not be published. Required fields are marked *

Back to top button