ແຂວງຫົວພັນ ແຈ້ງການ ຮັບແຮງງານ ໄປເຮັດວຽກຢູ່ ສ.ເກົາຫລີ ແຕ່ຕ້ອງເສຍຄ່າດັ່ງນີ້

ຂ່າວດີ ສຳລັບແຮງງານລາວ ທີ່ກຳລັງກຽມພ້ອມໃນການຈະໄປເຮັດວຽກຢູ່ຕ່າງປະເທດ, ປັດຈຸ ບັນ ສ. ເກົາຫຼີ ພວມຕ້ອງການແຮງງານ 1.000 ກວ່າຄົນ ເພື່ອໄປເຮັດວຽກ,

ໂດຍໂຄຕ້າດັ່ງກ່າວແມ່ນຈະມີການຈັດສົ່ງໃນເດືອນມິຖຸນາ ທີ່ຈະມາເຖິງນີ້ !!!ໃນໄລຍະຜ່ານມາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ

ຊຶ່ງຜູ້ອອກແຮງງານບໍ່ຈຳເປັນຕ້ອງຮຽນຮູ້ພາສາເກົາຫຼີ ຂໍແຕ່ມີສຸຂະພາບແຂງແຮງງານດີ, ຢູ່ໃນເກນອາຍຸ 25-45 ປີ ແລະ ມີຄວາມຕ້ອງການຢາກເຮັດວຽກແທ້ ກໍ່ສາມາດສະໝັກໄດ້. ສ່ວນຄ່າໃຊ້ຈ່າຍໃນການໄປເຮັດວຽກທັງໝົດ ເຊັ່ນ: ຄ່າປະກອບເອກະສານ, ຄ່າວີຊາແຮງງານ, ຄ່າປີ້ຍົນໄປ-ກັບ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງ ແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງ.

1. ເງື່ອນໄຂຂອງຜູ້ສະຫນັກ:

– ເພດຊາຍ ຫຼື ຍິງ ອາຍຸລະຫວ່າງ 25-45 ປີ.

– ກະກຽມ ບັດປະຈໍາໂຕ, ສໍາມະໂນຄົວ, ຫນັງສືຜ່ານແດນ, ໃບຢັ້ງຢືນທີ່ຢູ່, ບຊິຫວະປະຫວັດຫຍໍ, ໃບແຈ້ງໂທດ.ໃບຢັ້ງຢືນທີ່ຢູ່ສັກວັກຊີນຄົບ 3 ເຂັ້ມຂື້ນໄປ, ຮູບ 4 * 6 ຈໍານວນ 1 ໃບ ແລະ ຮູບ 3.5 * 4 5 ຈໍານວນ 6 ໃບ

2. ການຄິດໄລ່ລາຍຮັບ ແລະ ລາຍຈ່າຍ:

– ລາຍໄດ້ 1 ເດືອນ: 1,570 $ * 5ເດືອນ = 7,850 $

– ລາຍຈ່າຍ ມີຄື:

  • ໂຄສະນາຢູ່ເກົາຫຼີ ເເລະ ບໍລິຫານແຮງງານ $ 500,
  • ຄ່າປີ້ຍົນ ໄປກັບ 1.300 $,
  • ຄ່າ ວັດທະນາທໍາ ກົາຫຼີ ແລະ ການຝຶກອົບຮົມ (ຄ່າຫໍພັກ, ອາຫານ) $180,
  • ຄ່າ ກວດສຸຂະພາບ 100 $,
  • ຄ່າກວດໂຄວິດ 60 $.
  • ຄ່າ ພາດສະປອດ ວິຊາ 140 $,
  • ປະກັນໄພທ່ອງທ່ຽວ 100 $,
  • ຄ່າເເລ່ນເອກະສານ ແລະ ຮັບຜິດຊອບເເຮງງານ 400 $.
  • ລວມທັງຫມົດ 2.780 $

ດັ່ງນັ້ນ; ຈີ່ງແຈ້ງມາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ ໃຫ້ໄດ້ຮັບຜົນດີດ້ວຍ

Leave a Reply

Your email address will not be published. Required fields are marked *

Back to top button