ອຸຕຸເຕືອນ!..ເຝົ້າລະວັງຝົນຕົກໜັກຕິດຕໍ່ກັນຫຼາຍວັນ

ໃນນັ້ນ, ອຸຕຸເຕືອນເຝົ້າລະວັງຝົນຕົກໜັກຕິດຕໍ່ກັນຫຼາຍວັນຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໄລຍະ 17-20 ພຶດສະພານີ້. ແຕ່ພວກເຮົາມາເບີ່ງສະບາບອາກາດໃນມື້ນີ້ກ່ອນ.. ລານລາຍລະອຽດໃນໄລຍະ 18-22 ທ່ານຕ້ອງເຝົ້າລະມັດລະວັງ..

ພະຍາກອນອາກາດ ປະຈໍາວັນທີ ວັນທີ 17/05/2022ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນຍັງປົກຄຸມຢູ່ເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ,

,,

ສ່ວນເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ປົກຄຸມດ້ວຍຄວາມກົດດັນຕໍ່າ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼຶ້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

,,

ໃນນັ້ນ, ອຸຕຸເຕືອນເຝົ້າລະວັງຝົນຕົກໜັກຕິດຕໍ່ກັນຫຼາຍວັນຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໄລຍະ 17-20 ພຶດສະພານີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດປະຈຳອາທິດນີ້ ມີຄຳເຕືອນເຝົ້າລະວັງສະພາບຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ແລະ ດິນເຈື່ອນໃນໄລຍະວັນທີ 16 ຫາ 20 ພຶດສະພາ 2022

ລົມມໍລະສູມຕາເວັນຕົກສ່ຽງໃຕ້ຈະມີກໍາລັງປານກາງ ຫາ ແຮງ ພັດປົກຄຸມຢູ່ທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ຝົນຍັງສືບຕໍ່ຕົກຕິດຕໍ່ກັນຫຼາຍວັນ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກໜັກ ຟ້າຮ້ອງ

– ຟ້າເຫຼື້ອມ, ຟ້າຜ່າ ແລະ ດິນເຈື່ອນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາ ຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ສຳລັບຜູ້ທີ່ຈະເດີນທາງໄປເຂດແຂວງພາກເໜືອ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ

ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.

,,

,,

,,

Leave a Reply

Your email address will not be published. Required fields are marked *

Back to top button