ສຶກສາອົບຮົມປະຊາຊົນຜູ້ບຸກລຸກ ຕົ້ນໄມ້-ທຳລາຍປ່າ ເຂດປ່າສະຫງວນແຫ່ງຊາດ ພູພະນັງ

ພິທີສຶກສາອົບຮົມປະຊາຊົນ ຜູ້ບຸກລຸກ ຕົ້ນໄມ້-ທຳລາຍປ່າ ເຂດປ່າສະຫງວນແຫ່ງຊາດ ພູພະນັງ ເຂດບ້ານໂພນສົມບູນຈັດຂື້ນໃນວັນທີ 29 ມີນາ 2023 ນີ້

.

ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ພາຍໄຕ້ການເປັນປະທ່ານ ຂອງ ທ່ານ ສົມປະສົງ ສຸວົງຄຳຈັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໂພນໂຮງ,

ທ່ານ ອົງອາດ ໄຊຍະແສນ ຫົວໜ້າກອງກວດກາປ່າໄມ້ແຂວງ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ຄອບຄົວເປົ້າໝາຍບ້ານໂພນສົມບູນເຂົ້າຮ່ວມ.

ທ່ານ ຫົງທອງ ວົງສຸກ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງຕ່າງໜ້າຄະນະຮັບຜິດຊອບໄດ້ໃຫ້ຮູ້ຈຸດປະສົງການສຶກສາອົບຮົມຕໍ່ຜູ້ລະເມີດ ເຂດປ່າສະຫງວນໄດ້ກ່າວວ່າ:

ເພື່ອເປັນການເຜີຍແຜ່ກົດໝາຍວ່າດ້ວຍປ່າໄມ້ ແລະ ຄວາມສຳຄັນຂອງປ່າໄມ້,ຊັບພະຍາກອນປ່າໄມ້ໃຫ້ພໍ່ແມ່ປະຊາຊົນໃຫ້ຮັບຮູ້ມີຄວາມເຂົ້າໃຈ ຕໍ່ລະບຽບ ກົດໝາຍ ໃນການປົກປັກຮັກສາປ່າໄມ້ແນ່ໃສ່ເຮັດໃຫ້ຜູ້ລະເມີດໃຫ້ມີຄວາມຕື່ນຕົວ ຢຸດຕິການບຸກລຸກ ຕົ້ນໄມ້-ທຳລາຍປ່າໄມ້ເຂດປ່າສະຫງວນໃຫ້ລົດໜ້ອຍລົງ.

ການສຶກສາອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 65 ຄົນ ເຂດບ້ານໂພນສົມບູນ ຜູ້ຮັບການສຶກສາອົບຮົມຈະໄດ້ຮັບຟັງການເຜີຍແຜ່ເປັນຕົ້ນກົດໝາຍວ່າດ້ວຍປ່າໄມ້,

ຄວາມສຳຄັນຂອງປ່າໄມ້ແລະບາງມາດຕາກ່ຽວກັບກົດໝາຍແພ່ງແລະກົດໝາຍອາຍາກ່ຽວກັບປ່າໄມ້ ເພື່ອໃຫ້ຜູ້ໄດ້ຮັບການສຶກສາອົບຮົມໄດ້ຮັບຮູ້ມີຄວາມເຂົ້າໃຈ ແລະ ເປັນເຈົ້າການປະຕິບັດກົດໝາຍຢ່າງເຂັ້ມງວດ.

ທີ່ມາ ນັກຂ່າວເມືອງໂພນໂຮງ

Leave a Reply

Your email address will not be published. Required fields are marked *

Back to top button