ເຫດໄຟໃຫມ້ລົດ ປາໂດ້ ເສຍຊີວິດ 1 ລາຍ

ເຫດໄຟໃຫມ້ລົດ ປາໂດ້ ເສຍຊີວິດ 1 ລາຍ ເຫດເກີດທີ່ ບ້ານດອນໄຮ່ ເມືອງປາກງື່ມ.. ​ໜ່ວຍກູ້ໄພກຳລັງປະຕິບັດງານຢ່າງຮ້ອນແຮງ..​ໜ່ວຍກູ້ໄພກຳລັງປະຕິບັດງານຢ່າງຮ້ອນແຮງ

ໃນເວລາປະມານ 20:00 ໂມງ ຂອງວັນທີ 7 ພຶດສະພາ 2022 ເກີດເຫດໄຟໄຫມ້ລົດຈີບ ປຣາໂດ້ ມີຄົນຖືກເຜົາຄາລົດ ເສຍຊີວິດ 1 ຄົນ.

ລົດຄັນດັ່ງກ່າວ, ບໍ່ມີຫມາຍເລກທະບຽນ ເຫດການນີ້ເກີດຂຶ້ນຢູ່ປ່າ ຫ່າງຈາກແຄມທາງໃຫຍ່ພໍສົມຄວນ, ເຂດບ້ານດອນໄຮ່ ເມືອງປາກງື່ມ ນະຄອນຫລວງວຽງຈັນ.

ເຈົ້າຫນ້າທີ່ໄດ້ກັນບໍລິເວນໄວ້ບໍ່ໃຫ້ເຂົ້າໃກ້ຈຸດເກີດເຫດ ເພາະເຫດການນີ້ ອາດຈະບໍ່ແມ່ນໄຟໄຫມ້ລົດທຳມະທຳ……..

ຫນ່ວຍກູ້ໄພອາສາເພື່ອປະຊາຊົນຈຶ່ງໄດ້ອອກກວດສອບເຫດພົບຜູ້ປະສົບເຫດ 1 ຄົນ ບໍ່ຮູ້ເພດ ເສຍຊີວິດໃນທ້າຍລົດ ປາໂດ້ ບໍ່ຮູ້ທະບຽນແລະສີ ແລະຍັງພົບ ກະສອບລູກປືນຕົກເຮ່ຍ 4 ກະສອບ

ດັ່ງນັ້ນຫນ່ວຍກູ້ໄພຈື່ງໄດ້ປະສານຫາເຈົ້າຫນ້າທີ່ທີ່ກ່ຽວຂ້ອງລົງເກັບຂໍ້ມູນ ຂໍສະແດງຄວາມເສຍໃຈ ຜູ້ເສຍຊີວິດດ້ວຍ

ສ່ວນຫລາຍລະອຽດແມ່ນຍັງຢູ່ຂັ້ນຕອນການເກັບຂໍ້ມູນຂອງເຈົ້າຫນ້າທີ່,​ ສະນັ້ນ.​ຈະແຈ້ງ​ລາຍລະອຽດ​ໃຫ້ທຸກຄົນ​ໄດ້ຊາບ ພາຍຫຼັງ

ຊົມຄລີບ1

ຊົມຄລີບ 2

ທີ່ມາ

ຂໍ້ມູນ: ອາສາກູ້ໄພ

Leave a Reply

Your email address will not be published. Required fields are marked *

Back to top button