ຜູ້ໂດຍສານ 126 ຄົນໜີຕ າ ຍ ຈາກເຮືອບິນ ເນື່ອງຈາກລະບົບຕີນລໍ້ຂັດຂ້ອງຂະນະທີ່ລົງຈອດ
ຜູ້ໂດຍສານ 126 ຄົນໜີຕາຍ ຈາກເຮືອບິນ Red Air ເນື່ອງຈາກລະບົບຕີນລໍ້ຂັດຂ້ອງຂະນະທີ່ລົງຈອດ ຈົນເຮັດໃຫ້ໄຟໄໝ້.
ໃນວັນທີ 22 ມິຖຸນາ ສຳນັກ ຂ່າວຕ່າງປະເທດ ລາຍງານວ່າ: ເກີດເຫດເຮືອບິນໂດຍສານ ສາຍການບິນ Red Air Flight ຂອງອາເມຣິກາ ຈາກລັດໂດມິນິກັນ ເດີນທາງມາ ລັດຟໍລິດາ
ເຊິ່ງມີຜູ້ໂດຍສານ 126 ຄົນ ແລະ ລູກເຮືອ 11 ຄົນ ຢູ່ເທິງເຮືອບິນ ປະສົບອຸບັດຕິເຫດລະບົບຕີນລໍ້ຂັດຂ້ອງຂະນະຢູ່ທີ່ເດີ່ນບິນນານາຊາດໄມອາມີ່ ໃນເວລາ 17:30 ຂອງວັນທີ 21 ມິຖຸນານີ້.
ໂດຍເຮືອບິນນັ້ນ ໄດ້ເກີດແຮງກະທົບກັບພື້ນ ແລະ ໄດ້ເກີດເຫດໄຟໄໝ້ ຈົນຜູ້ໂດຍສານ 126 ຄົນ ຮີບໜີລົງມາຈາກເຮືອບິນ.
ໜ່ວຍງານຂອງສະຫະລັດອາເມຣິກາລາຍງານວ່າ ມີຄົນບາດເຈັບ 3 ຄົນ ແຕ່ບໍ່ຮຸນແຮງ ແຕ່ໄດ້ສົ່ງໄປໂຮງໝໍເປັນທີ່ຮຽບຮ້ອຍ ແລະ ທີ່ເຫຼືອແມ່ນກັບມາທີ່ອາຄານຜູ້ໂດຍສານແລ້ວ.
ຊົມຄລ
🚨#BREAKING: Aircraft catches fire as its landing gear collapsed
— R A W S A L E R T S (@rawsalerts) June 21, 2022
📌#Miami l #Florida
Multiple Emergency crews are currently at the scene as Red Air aircraft catches fire as its landing gear collapsed after landing at Miami International Airport All passengers been evacuated pic.twitter.com/3D8Ioak9kn