ຜູ້ໂດຍສານ 126 ຄົນໜີຕ າ ຍ ຈາກເຮືອບິນ ເນື່ອງຈາກລະບົບຕີນລໍ້ຂັດຂ້ອງຂະນະທີ່ລົງຈອດ

ຜູ້ໂດຍສານ 126 ຄົນໜີຕາຍ ຈາກເຮືອບິນ Red Air ເນື່ອງຈາກລະບົບຕີນລໍ້ຂັດຂ້ອງຂະນະທີ່ລົງຈອດ ຈົນເຮັດໃຫ້ໄຟໄໝ້.

ໃນວັນທີ 22 ມິຖຸນາ ສຳນັກ ຂ່າວຕ່າງປະເທດ ລາຍງານວ່າ: ເກີດເຫດເຮືອບິນໂດຍສານ ສາຍການບິນ Red Air Flight ຂອງອາເມຣິກາ ຈາກລັດໂດມິນິກັນ ເດີນທາງມາ ລັດຟໍລິດາ

ເຊິ່ງມີຜູ້ໂດຍສານ 126 ຄົນ ແລະ ລູກເຮືອ 11 ຄົນ ຢູ່ເທິງເຮືອບິນ ປະສົບອຸບັດຕິເຫດລະບົບຕີນລໍ້ຂັດຂ້ອງຂະນະຢູ່ທີ່ເດີ່ນບິນນານາຊາດໄມອາມີ່ ໃນເວລາ 17:30 ຂອງວັນທີ 21 ມິຖຸນານີ້.

ໂດຍເຮືອບິນນັ້ນ ໄດ້ເກີດແຮງກະທົບກັບພື້ນ ແລະ ໄດ້ເກີດເຫດໄຟໄໝ້ ຈົນຜູ້ໂດຍສານ 126 ຄົນ ຮີບໜີລົງມາຈາກເຮືອບິນ.

ໜ່ວຍງານຂອງສະຫະລັດອາເມຣິກາລາຍງານວ່າ ມີຄົນບາດເຈັບ 3 ຄົນ ແຕ່ບໍ່ຮຸນແຮງ ແຕ່ໄດ້ສົ່ງໄປໂຮງໝໍເປັນທີ່ຮຽບຮ້ອຍ ແລະ ທີ່ເຫຼືອແມ່ນກັບມາທີ່ອາຄານຜູ້ໂດຍສານແລ້ວ.

ຊົມຄລ

Leave a Reply

Your email address will not be published. Required fields are marked *

Back to top button