ຄອບຄົວຍາກຈົນ ບໍ່ມີຮອດເຂົ້າສານຈະກິນ

ພົບເຫັນຄອບຄົວໜຶ່ງ ຈົນເຖິງຂັ້ນວ່າບາງມື້ກໍ່ບໍ່ມີເຂົ້າສານກິນ ໂດຍ ທ່ານ ສຸວັນ ສີທອງ ນາຍບ້ານ ເລກທີ່ 5 ບ້ານ ພູມີ ເມືອງ ບາງມູນນາກ ແຂວງພິຈິດ ( ຂ່າວຕ່າງແດນ)

ໄດ້ໄປພົບຄອບຄົວນີ້ ມີທັງໝົດ 7 ຊີວິດ ທັງໝົດແມ່ນອາໃສຢູ່ ຮ່ວມກັນ ທັງຫມົດອາໃສຢູ່ບ້ານ ພູມີ ໂດຍເຮືອນສະພາບເກົ່າໆ ຫລັງຄາເຮືອນແມ່ນມຸງດ້ວຍສັງກະສີເສື່ອມ ພື້ນໄມ້ເປັນປອງ ແລະ ເສື່ອມໂຊມ ໂດຍບໍ່ມີການຕອກເຫຼັກຕະປູ

ທັງ 7 ຊີວິດຕ້ອງອາໃສນອນຢູ່ບ້ານດຽວກັນ ແລະສ່ວນໃຫຍ່ແມ່ນຜູ້ພິການແລະ ເດັກທັງ​ໝົດ ໄດ້ປະທັງຊີວິດ​​ດ້ວຍ​ບັດ​ຄົນ​ທຸກ​ຍາກ​ທີ່​ມີ​ພຽງ 1 ຄົນ​ທີ່​ສາມາດ​ລ້ຽງ​ຄອບຄົວ​ໄດ້ ມາຈຸນເຈືອໃຫ້ຄອບຄົວ

ນັ້ນຄື ທ້າວ ມອນທອນ ທັບຈິນ ອາຍຸ 32 ປີ ແຕ່ຮ່າງກາຍບໍ່ສົມບູນ ເພາະປະສົບອຸປະຕິເຫດຖືກລົດຕຳ ແລະ ຍ່າງບໍ່ສະດວກ ​ແຕ່​ຖື​ວ່າ​ເປັນ​ເສົາ​ຄ້ຳ​ຂອງ​ຄອບຄົວ​ໃນ​ການ​ຮັບ​ຈ້າງ ​ແລະ ຫາ​ເງິນ​ມາ​ລ້ຽງ​ຄອບຄົວ

ນອກ​ຈາກ​ນັ້ນ ຍັງມີເດັກນ້ອຍອີກ 3 ຄົນ ທີ່ກຳລັງຮຽນຢູ່ໂຮງຮຽນ ໃນເຂດບ້ານ ຍາງມູນນາກ ຄື: ນາງສາວ ນະທັດສອນ ຄຳແຜງ ຫລື ນ້ອງ ສອນ ອາຍຸ 15 ປີ ທີ່ກຳລັງສຶກສາໃນຊັ້ນມັດທະຍົມສຶກສາປີທີ 3

ເດັກ​ຍິງ ປາ​ນັດ​ດາ ​ເມືອງ​ນາ ຫຼື ອ້ວນ ທີ່ກຳລັງ​ຮຽນ​ຢູ່​ຊັ້ນ​ປ.5 ແລະ ນາງສາວ ຈິ​ລາ​ພອນ ທັບ​ຈິນ ຫຼື ນ້ອງ ເອລິນ ​ອາ​ຍຸ 3 ປີ ພວມ​ຮຽນ​ຢູ່​ໂຮງ​ຮຽນ​ອະ​ນຸ​ບານ

​ແລະ​ມີ​ແຕ່​ທ່ານ​ມອນ​ທອນ ທັບ​ຈິນ ​ໄວ​ໜຸ່ມ​ອາຍຸ 32 ປີ​ຄົນ​ດຽວ ​ທີ່​ຮ່າງກາຍ​ບໍ່​ແຂງ​ແຮງ ຍ້ອນ​ໄດ້​ເກີດ​ອຸບັດ​ເຫດ​ ຖືກ​ລົດ​ຕຳ ຍ່າງ​ໄດ້​ຍາກ ແຕ່ຖືວ່າເປັນເສົາຫຼັກຂອງເຮືອນ ໄດ້ອອກໄປຮັບຈ້າງເພື່ອຫາເງິນມາລ້ຽງຄອບຄົວ

ທ່ານ ມອນທອນ ຈະອອກໄປຮັບຈ້າງໄດ້ຄ່າແຮງ 200-300 ບາດ ຕໍ່ມື້ ແລະ ໃຊ້ເງິນຈາກບັດຂອງຜູ້ທຸກຍາກ ສໍາລັບບັດ ຜູ້ພິການ ທ້າວ ກະລິ່ມ ຫາກໍ່ເຮັດບັດ ຍັງບໍ່ທັນໄດ້ເງິນເທື່ອ ສ່ວນນາງ ສົມນຶກ ໄດ້ໄປເຮັດບັດຄົນພິການ ແຕ່ກໍບໍ່ຜ່ານ

ເນື່ອງຈາກວ່າ ເຈົ້າໜ້າທີ່ ອ້າງວ່າ ນາງ ຍັງສາມາດ ຍ່າງໄດ້ ເຖິງວ່າ ນາງ ສົມນຶກ ຈະຕ້ອງໃຊ້ ໄມ້ຄ້ອນແບບ 4 ຂາ ເພື່ອ ຮອງຮັບ ກໍຕາມ ເຮັດໃຫ້ຊີວິດທັງ 7 ຄົນ ກໍປະສົບ ກັບຄວາມ ຫຍຸ້ງຍາກ ຫລາຍ ບາງມື້ກໍ່ບໍ່ມີຂອງກີນໃຫ້ກິນ,

ສະນັ້ນ ເຂົາເຈົ້າຕ້ອງໄດ້ໃຊ້ແຈ່ວເປັນອາຫານຫຼັກໃຫ້ລູກຫຼານກິນເພື່ອປະທັງຊີວິດ

ຂໍ້ມູນ ແລະ ຮູບພາບ: nationaltv.tv, naewna

Leave a Reply

Your email address will not be published. Required fields are marked *

Back to top button