ປະກາດ ດ່ວນ!..​ນັບແຕ່ວັນທີ 11/7/2022 ເປັນຕົ້ນໄປ ກົມກົງສູນ ນະຄອນຫລວງ ຈະບໍ່ຮັບເອກະສານ ເຮັດໜັງສືຜ່ານແດນ ໃນ 6 ແຂວງນີ້

ປະກາດ ເຖິງ: ບັນດາທ່ານ ທີ່ເຄົາລົບ ແລະ ນັບຖື. ເລື່ອງ: ການຍື່ນຄໍາຮ້ອງຂໍຫນັງສືຜ່ານແດນ ທີ່ ກົມກົງສູນ ກະຊວງການຕ່າງປະເທດ.

ກົມກົງສູນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ປະຈຸບັນ ເຫັນວ່າມີປະຊາຊົນ ໄດ້ມາຍື່ນຄໍາຮ້ອງຂໍຫນັງສືຜ່ານ ແດນເປັນຈໍານວນຫຼາຍ ເຊິ່ງເກີນຂີດຄວາມສາມາດໃນການຮອງຮັບຕົວຈິງ, ເພື່ອແກ້ໄຂສະພາບຄວາມແອອັດ,

ຄວາມບໍ່ເປັນ ລະບຽບຮຽບຮ້ອຍ, ບັນຫາຫຍໍ້ທໍ້ຕ່າງໆທີ່ຈະກໍ່ໃຫ້ເກີດຂຶ້ນ ແລະ ການກີດຂວາງການສັນຈອນຢູ່ບໍລິເວນດ້ານຫນ້າກົມກົງສຸນ, ລວມໄປເຖິງການປະຫຍັດຄ່າໃຊ້ຈ່າຍໃນການເດີນທາງ,

ຄ່າກິນຢູ່ພັກເຊົາຂອງພໍ່ແມ່ປະຊາຊົນທີ່ເດີນທາງມາຈາກຕ່າງແຂວງ ເພື່ອມາຍື່ນຄໍາຮ້ອງຂໍຫນັງສືຜ່ານແດນ ຢູ່ນະຄອນຫຼວງວຽງຈັນ (ກົມກົງສູນ).

ສະນັ້ນ, ນັບຕັ້ງແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ, ກົມກົງສູນ ຈະບໍ່ຮັບເອກະສານຄໍາຮ້ອງຂໍຫນັງສືຜ່ານແດນ ຂອງທ່ານທີ່ມາຈາກບັນດາແຂວງ ທີ່ມີສູນຮັບຄໍາຮ້ອງຂໍຫນັງ ສືຜ່ານແດນເຊັ່ນ:

– ແຂວງ ອຸດົມໄຊ,

– ແຂວງ ໄຊຍະບູລີ,

– ແຂວງຊຽງຂວາງ,

– ແຂວງຄໍາມ່ວນ,

– ແຂວງ ສະຫວັນນະເຂດ ແລະ

– ແຂວງ ຈໍາປາສັກ,

ຍົກເວັ້ນກໍລະນີເຈັບເປັນ ແລະ ມີຄວາມຈໍາເປັນຮີບດ່ວນຕ້ອງໄດ້ໄປປິ່ນປົວຢູ່ຕ່າງປະເທດ.

,,,

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ມາຈາກແຂວງດັ່ງກ່າວ ຂ້າງເທີງນີ້ຈົ່ງໃຫ້ການຮ່ວມມືດ້ວຍ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານ ເພື່ອຊາບຕາມທາງຄວນດ້ວຍ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button