ອາຊີບຢູ່ລ້າໆ ໄດ້ເງິນເດືອນເປັນແສນບາດ ສະໝັກນໍາແນ່

ຄັກແຫຼະແບບນິ ອາຊີບຢູ່ລ້າໆ ໄດ້ເງິນເດືອນເປັນແສນບາດ ສະໝັກນໍາແນ່ “ໂຊຈິ ໂມຣິໂມໂຕະ” ຫນຸ່ມຊາວຢີ່ປຸນ ໃນໄວອາຍຸ 38ປີ ໂດນການຮັບຈ້າງເປັນຫມູ່ຢູ່ນຳຊື່ໆ

ແຕ່ບໍ່ໃຫ້ຄຳປືກສາ ບໍ່ເວົ້າບໍ່ລົມນຳ ຈົນຮອດຕອນນີ້ ມີຄົນຕິດຕາມທະວິດເຕີໂຊຈິ ຫລາຍເຖິງ 2ແສນຄົນ ແລະເຂົາໄດ້ໃຫ້ບໍລິການລູກຄ້າມາແລ້ວຫລາຍກວ່າ 3ພັນຄົນ

ໂດຍມີຄົນມາຈ້າງຕົກຢູ່ມື້ລະ 2-3 ຄົນ ສ່ວນໃຫຍ່ເປັນຄົນເຫງົາ ບໍ່ກ້າທີ່ຈະໄປໃສ່ຄົນດຽວ ແລະຕ້ອງການໃຜຈັກຄົນມາຮັບຟັງ

ໂຊຈິເລົ່າວ່າ ຫລັງຈາກໄດ້ຕົກງານໃນ 4 ປີກ່ອນ ໄດ້ເປີດບັນຊີໃນທະວິດເຕີ ເພື່ອໃຫ້ບໍລິການຢູ່ນຳລ້າໆ ໂດຍການໄປເປັນຫມູ່ລູກຄ້າໃນເວລາໄປກິນເຂົ້າ ໄປຍ່າງຫລິ້ນ ໄປຊື້ເຄື່ອງໃຊ້ສ່ອຍ ລວມທັງຮັບຟັງປັນຫາຕ່າງຂອງລູກຄ້າ

ໂຊຈິຄິດໄລ່ຄ່າຈ້າງການຢູ່ນຳລ້າໆ ເທື່ອລະ 1 ຫມື່ນເຢັນ ຫລືປະມານ 2900 ບາດ ບໍ່ລວມຄ່າອາຫານ ຫລືຄ່າລົດ ທີ່ລູກຄ້າໄດ້ຈ່າຍໃຫ້

ທີ່ມາ: ຂ່າວຊ່ອງ8 ປະເທດໄທ

Leave a Reply

Your email address will not be published. Required fields are marked *

Back to top button