ຫຼາຍກະໂທງເຈົ້າຂອງລົດເມໄລ້ສົດດູໝິ່ນເຈົ້າໜ້າທີ່ ທັງຂົນສິນຄ້າບໍ່ສອດຄ່ອງກັບກົດໝາຍ

ຖະແຫລງຂ່າວກ່ຽວກັບການປະຕິບັດວຽກງານຂອງເຈົ້າໜ້າທີ່ກວດກາການຄ້າແຂວງຄຳມ່ວນໃນການກວດກາລົດເມຂົນສົ່ງໂດຍສານທີ່ໄດ້ມີການຂົນສົ່ງສິນຄ້ານອກລະບົບ.ກ່ຽວກັບເຫດການ ທ້າວ ນ້ອຍ ຈຽງສະກຸນ ທີ່ໄດ້ໄລສົດ ຜ່ານເຟສບຸກສ່ວນຕົວ ແລະ ໄດ້ມີການແຊຜ່ານສື່ ຕ່າງໆ

ໃນວັນທີ 25 ກຸມພາ 2022 ຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກວດກາການຄ້າແຂວງຄຳມ່ວນ ໃນການກວດກາລົດເມຂົນສົ່ງຜູ້ໂດຍສານໝາຍເລກທະບຽນ ຄຳມ່ວນ ບກ 0455. ຕໍ່ກັບເຫດດັ່ງກ່າວ ເຈົ້າໜ້າທີ່ໆ ກ່ຽວຂ້ອງ ໂດຍມີ ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນແຂວງ, ໃນນາມຕາງໜ້າພະແນກ ອຸດສາຫະກຳ ແລະ

ການຄ້າແຂວງ ຄຳມ່ວນ, ທ່ານ ພັ/ຕ ວັນຄຳ ເດດຂຸນຟອງ ຮອງຫົວໜ້າພະແນກຕຳຫລວດເສດ ຖະກິດ ປກສ ແຂວງ, ມີເຈົ້າໜ້າທີ່ ປກສ ກຸ່ມຈອມແຈ້ງ ໄດ້ຖະແຫລງຂ່າວຊີ້ແຈງກ່ຽວກັບການປະຕິບັດວຽກງານ ກວດກາການຄ້າ ຂອງເຈົ້າໜ້າທີ່ກວດກາການຄ້າແຂວງ, ໃນການກວດກາລົດເມຂົນສົ່ງຜູ້ໂດຍສານ ໝາຍເລກທະ ບຽນ ຄຳມ່ວນ ບກ 0455, ຍີ່ຫໍ້ ຮຸນໄດ, ສີຟ້າ-ຂາວ.

ຕົ້ນທາງມາແຕ່ນະຄອນຫລວງວຽງຈັນ ຈຸດປາຍທາງແມ່ນ ເມືອງ ທ່າແຂກ, ແຂວງ ຄຳມ່ວນ. ເຊິ່ງໃນເວລາ 17:30 ໂມງ ຂອງວັນທີ 25 ກຸມພາ 2022 ທາງອົງການປະຕິບັດ ວຽກງານກວດກາການຄ້າໄດ້ມອບໝາຍແຕ່ງຕັ້ງໃຫ້ເຈົ້າໜ້າທີ່ກວດກາການຄ້າໄປຕິດຕາມ – ກວດກາລົດເມຂົນສົ່ງຄັນ ດັ່ງກ່າວ.

ໃນເບື້ອງຕົ້ນທາງເຈົ້າໜ້າທີ່ກວດກາການຄ້າໄດ້ກວັກລົດເມຄັນດັ່ງກ່າວຢູ່ຕໍ່ໜ້າສະຖານນີຂົນສົ່ງໂດຍສານຫຼັກ4 ເພື່ອຂໍກວດກາ ແຕ່ເຈົ້າຂອງລົດບໍ່ຍອມເຂົ້າຈອດໃນຄິວລົດເມ, ທາງເຈົ້າໜ້າທີ່ກໍ່ໄດ້ຕິດຕາມລົດໄປຮອດເຮືອນເຈົ້າ ຂອງລົດ ( ບ້ານເລົ່າໂພໄຊ ) ແລ້ວຈຶ່ງໄດ້ສະເໜີຕົວຂໍກວດກາເບິ່ງເອກະສານກ່ຽວກັບສິນຄ້າ ແລະ ກວດກາສິນຄ້າ ໃນລົດເນື່ອງຈາກວ່າລົດເມຄັນດັ່ງກ່າວໄດ້ບັນທຸກສິນຄ້າມາເປັນຈຳນວນຫລາຍ.

ທາງເຈົ້າຂອງລົດໄດ້ບອກກັບເຈົ້າ ໜ້າທີ່ວ່າຂໍ້ມູນເອກະສານຕ່າງໆ ຂອງສິນຄ້າແມ່ນຢູ່ກັບເຈົ້າຂອງສິນຄ້າດັ່ງນັ້ນທາງເຈົົ້າໜ້າທີ່ຈຶ່ງສະເໜີໃຫ້ຜູ້ກ່ຽວຕິດ ຕໍ່ປະສານຫາເຈົ້າຂອງສິນຄ້າ ເພື່ອນໍາເອົາເອກະສານມາແຈ້ງຕໍ່ເຈົ້າໜ້າທີ່ ແຕ່ຜູ້ກ່ຽວກໍ່ປະຕິເສດວ່າບໍ່ມີເບີໂທ ແລະ ບໍ່ຮູ້ຈັກວ່າເປັນຂອງໃຜ ຖ້າເຈົ້າໜ້າທີ່ຕ້ອງການກວດກາກໍ່ຕ້ອງໄດ້ນັ່ງເຝົ້າລໍຖ້າຈົນກວ່າເຈົ້າຂອງສິນຄ້າຈະມາຮັບ ເອົາສິນຄ້າ,

ຈົນເວລາຜ່ານໄປສອງຊົ່ວໂມງກໍ່ຍັງບໍ່ໃຫ້ກວດກາເອກະສານ, ພ້ອມດຽວກັນນັ້ນຜູ້ກ່ຽວກໍ່ໃຊ້ທ່າທີບໍ່ສຸ ພາບ ເວົ້າຈາທ້າທາຍໃສ່ເຈົ້າໜ້າທີ່ ແລະ ກໍ່ໄດ້ຖ່າຍວິດີໂອໄລສົດຜ່ານເຟສຂອງຕົນ ເພື່ອປະຈານຕ່າງໆ ນາໆ ໃນການປະຕິບັດວຽກງານຂອງເຈົ້າໜ້າທີ່, ທາງເຈົ້າໜ້າທີ່ກໍ່ໄດ້ບອກໃຫ້ຜູ້ກ່ຽວຢຸດຖ່າຍວີດີໂອແຕ່ຜູ້ກ່ຽວກໍ່ບໍ່ຟັງຈຶ່ງ ເຮັດໃຫ້ມີການໂຕ້ຖຽງກັນ .

ສຳລັບການປະຕິບັດວຽກງານຂອງເຈົ້າໜ້າທີ່ໃນມື້ນັ້ນ ພວກເຮົາແມ່ນໄດ້ປະຕິບັດຕາມຂັ້ນເທິງມອບໝາຍ ແລະ ກໍ່ໄດ້ມີການຂໍທິດຊີ້ນຳຈາກຂັ້ນເທິງເປັນແຕ່ລະໄລຍະ, ທຸກຄົນໄປປະຕິບັດໜ້າທີ່ແມ່ນເປັນພະນັກງານລັດຖະ ກອນສົມບູນ ແລະ ບໍ່ໄດ້ມຶນເມົາແຕ່ຢ່າງໃດ.

ກ່ອນຈະອອກເຄື່ອນໄຫວປະຕິບັດວຽກງານກວດກາການຄ້າ ໄດ້ຕ້ອງ ມີຈຳນວນ 03 ຄົນຂື້ນເມືອຕາມທີ່ດຳລັດ 508/ລບ ໄດ້ກຳນົດໄວ້.ຜ່ານມາຄັ້ງວັນທີ 13 ກຸມພາ 2022 ລົດເມຄັນດັ່ງກ່າວກໍ່ໄດ້ມີການຂົນສົ່ງສິນຄ້າມາກ່ອນແລ້ວ ໃນຄັ້ງນັ້ນ ທາງເຈົ້າໜ້າທີ່ກວດກາການຄ້າພວກເຮົາກໍ່ໄດ້ສະເໜີຕົວຂໍເຂົ້າກວດກາ ແຕ່ເຈົ້າຂອງລົດກໍ່ບໍ່ໄດ້ໃຫ້ຄວາມຮ່ວມມືແຕ່ ຢ່າງໃດ ພ້ອມທັງນາບຂູ່, ທ້າທາຍ, ໃຊ້ວາຈາແຂງກະດ້າງໃສ່ເຈົ້າໜ້າທີ່ ແລະ ທັງຕິດຈັກລົດເພື່ອຈະຖອຍຫລັງຕໍາສິ່ງ ທີ່ກີດຂວາງ

ພ້ອມນັ້ນກໍ່ຍັງໂທເອົາໝູ່ປະມານສິບປາຍຄົນ ມາຕັ້ງວົງຊຸມນຸມ ແລະ ເວົ້າຈາທ້າທາຍສົບປະໝາດ, ໃຊ້ທ່າທີອັນຕະພານນັກເລງເມື່ອເປັນດັ່ງນັ້ນທາງອົງການປະຕິບັດວຽກງານກວດກາການຄ້າຈຶ່ງໄດ້ປະສານຫາຂະແໜງ ການກ່ຽວຂ້ອງມາເຂົ້າຮ່ວມກວດການຳມີຄື: ເຈົ້າໜ້າທີ່ຕຳຫລວດເສດຖະກິດແຂວງ, ອຳນາດການປົກຄອງບ້ານ ເລົ່າໂພໄຊ, ເຈົ້າໜ້າທີ່ປກຊ-ປກສ ກຸ່ມຈອມແຈ້ງ

ພ້ອມທັງໄດ້ເຮັດບົດບັນທຶກກວດກາຮ່ວມກັນໄວ້ ແຕ່ຜູ້ກ່ຽວບໍ່ ຍອມເຊັນ,ຈົນມາຮອດວັນທີ 25 ກຸມພາ 2022 ທາງເຈົ້າໜ້າທີ່ກວດກາການຄ້າຈຶ່ງໄດ້ໄປກວດກາເປັນຄັ້ງທີສອງ ແຕ່ບໍ່ໄດ້ຮັບຄວາມຮ່ວມມືຈາກຜູ້ກ່ຽວແຕ່ຢ່າງໃດ ຈາກນັ້ນຈຶ່ງໄດ້ຂໍທິດຊີ້ນຳຈາກຂັ້ນເທິງໃນການນຳເອົາຜູ້ກ່ຽວໄປ ສຶກສາອົບຮົມ ແລະ ສືບສວນ – ສອບສວນ,

ສ່ວນລົດ ແລະ ສິນຄ້າແມ່ນໄດ້ນຳມາຮັກສາໄວ້ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເພື່ອລໍຖ້າກວດກາໂດຍຊ່ອງໜ້າກັບເຈົ້າຂອງສິນຄ້າ.

ໃນວັນທີ 28 ກຸມພາ 2022 ເຈົ້າໜ້າທີ່ກວດກາການຄ້າໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ຕາງ ໜ້າເຈົ້າຂອງລົດເມໄດ້ທຳການກວດກາສິນຄ້າໃນລົດຄືນ ຜ່ານການກວດກາພົບເຫັນສິນຄ້າຈຳນວນ 58 ລາຍການໃນ ນັ້ນແມ່ນພົບເຫັນຈັກສະຕິນຈຳນວນ 32 ເຄື່ອງ ພ້ອມດ້ວຍອາໄຫລ່ ເຊີ່ງສິນຄ້າດັ່ງກ່າວແມ່ນເປັນສິນຄ້າຄຸ້ມຄອງ ການນຳເຂົ້າຈໍາໜ່າຍ (ສິນຄ້າຜິດລະບຽບ).

ຕໍ່ການກະທຳຂອງທ້າວ ນ້ອຍ ຈຽງສະກຸນ ເຈົ້າຂອງລົດເມໝາຍເລກທະບຽນ ຄຳມ່ວນ ບກ 0455, ຍີ່ຫໍ້ ຮຸນໄດສີຟ້າ-ຂາວ

ຊົມຄລີບ 1

ຊົມຄລີບ 2

ແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ຄືດັ່ງນີ້ :

ກົດໝາຍວ່າດ້ວຍວິສາຫະກິດ ສະບັບ ປັບປຸງ ເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013,

ມາດຕາ 213 ການດຳເນີນທຸລະກິດໂດຍບໍ່ຖືກວັດຖຸປະສົງ.ບຸກຄົນ ຫຼື ນິຕິບຸກຄົນທີ່ໄດ້ດໍາເນີນທຸລະກິດໂດຍບໍ່ຖືກວັດຖຸປະສົງຂອງວິສາຫະກິດຕົນ ຈະຖືກສຶກ ສາອົບຮົມ ຫຼື ປັບໄໝ ແຕ່ 1.000.000 ກີບ ຫາ 5.000.000 ກີບຕໍ່ຄັ້ງ

ຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 1499/ອຄ.ກພນ, ລົງວັນທີ 8 ກັນຍາ 2017, ໝວດທີ 5, ມາດຕາ 21 , ຂໍ້”ຄ” ມີຄື:ກ່ຽວກັບການລັກລອບນໍາເຂົ້າ-ສົ່ງອອກສິນຄ້າ, ການລົບຫຼີກພັນທະ ຫຼື ຄ່າທໍານຽມຕ່າງໆ ຫຼື ປະຕິບັດພັນທະ ຫຼື ຄ່າທໍານຽມບໍ່ເຕັມອັດຕາສ່ວນ ຈະຖືກບັບໄໝ (70%) ຂອງມູນຄ່າສິນຄ້າເຄື່ອງຂອງ ແລະ ຕ້ອງປະຕິບັດພັນທະຕ່າງໆ ຢ່າງຄົບຖ້ວນຕາມລະບຽບກົດໝາຍ;ການຄ້າຂາຍສິນຄ້າ, ການບໍລິການ ໂດຍບໍ່ອອກໃບເກັບເງິນ ຫຼື ອອກໃບເກັບເງິນບໍ່ຖືກຕ້ອງຕາມລະບຽບ ຂອງອາກອນ(ຍົກເວັ້ນກໍລະນີທີ່ບໍ່ຕ້ອງອອກໃບບິນເກັບເງິນ) ຈະຖືກປັບໄໝ (20%) ສໍາລັບຄັ້ງທີໜຶ່ງ, (40%) ສໍາລັບຄັ້ງທີສອງ, (60%)

ສໍາລັບຄັ້ງທີສາມຂອງຈໍານວນອາກອນທີ່ໄລ່ໃຫ້ເສຍ ພ້ອມທັງມອບພັນ ທະອາກອນໃຫ້ລັດຢ່າງຄົບຖ້ວນຕາມກົດໝາຍ ແລະ ລະບຽບການ.ລົດເມຄັນດັ່ງກ່າວ ໄດ້ຮັບຈ້າງຂົນສົ່ງສິນຄ້າທີ່ຜິດລະບຽບກົດໝາຍປະເພດ ຈັກຕັດໄມ້ (ຈັກສະຕິນ) ແລະອາໄຫລ່ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງເຊີ່ງເຫັນວ່າຂັດຕໍ່ລະບຽບການວາງອອກຄື:

ແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0076/ອຄ.ກຂອ, ລົງວັນທີ 13ມັງກອນ 2012 ວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນຳເຂົ້າ ຫຼື ສົ່ງອອກແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ;

ຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0080/ກປ, ລົງວັນທີ 19 ມິຖຸນາ 2012 ວ່າດ້ວຍລະບຽບການນຳເຂົ້າ, ການຄຸ້ມຄອງ ແລະ ການນຳໃຊ້ເຄື່ອງຈັກຕັດໄມ້;ແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0780/ອຄ.ຄພນ, ລົງວັນທີ 29 ເມສາ 2013 ກ່ຽວກັບການເພີ່ມທະວີການຕິດຕາມກວດກາການຈໍາໜ່າຍຈັກຕັດໄມ້ຕາມຫ້າງຮ້ານທົ່ວໄປ.

ກົດໝາຍວ່າດ້ວຍ ການຂົນສົ່ງທາງບົກ ສະບັບປັບປຸງ ເລກທີ 036/ສພຊ, ລົງວັນທີ 12 ທັນວາ 2012:ໝວດທີ 1: ການຂົນສົ່ງຜູ້ໂດຍສານ, ມາດຕາ 23 (ໃໝ່) ການຂົນສົ່ງຜູ້ໂດຍສານການຂົນສົ່ງຜູ້ໂດຍສານ ແມ່ນ ການເຄື່ອນຍ້າຍຜູ້ໂດຍສານ ຈາກຈຸດໜຶ່ງໄປອີກຈຸດໜຶ່ງ ດ້ວຍຍານພາຫະ ນະຂົນສົ່ງດ້ວຍຄວາມປອດໄພ ແລະ ຮອດຈຸດໝາຍປາຍທາງ, ລົດເມໂດຍສານແມ່ນເພິ່ນອະນຸຍາດໃຫ້ຂົນ ສົ່ງແຕ່ຜູ້ໂດຍສານ ແຕ່ຜູ້ກ່ຽວພັດເອົາໄປຂົນສົ່ງສິນຄ້າ.ປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2017 ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017:

ມາດຕາ 142: ການເປັນນັກເລງອັນທະພານບຸກຄົນໃດທີ່ບໍ່ເຄົາລົບນັບຖືລະບຽບວິໄນຂອງການດໍາລົງຊີວິດຂອງສັງຄົມ ຫາກໄດ້ໃຊ້ຄວາມຮຸນແຮງ, ໃຊ້ການນາບຂູ່, ໃຊ້ຄວາມຫຍາບຊ້າ ຫຼື ໄດ້ມີການກະທໍາອື່ນ ເຊິ່ງຝືນຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຈະຖືກຕໍານິວິຈານ ແລະ ຈະຖືກປັບໄໝ ແຕ່ 1.000.000 ກີບ ຫາ 10.000.000 ກີບ;ໃນກໍລະນີມີການຈັດຕັ້ງເປັນກຸ່ມ ຫຼື ເປັນອາຈິນ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມ ເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໄໝ ແຕ່ 3.000.000 ກີບ ຫາ 15.000.000 ກີບ;

ມາດຕາ 168: ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍບຸກຄົນໃດ ຫາກໄດ້ສ້າງຄວາມເສຍຫາຍຜ່ານສັງຄົມອອນລາຍ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມ ເດືອນ ຫາ ສາມປີ ແລະ ຈະຖືກປັບໄໝ ແຕ່ 4.000.000 ກີບ ຫາ 20.000.000 ກີບ.ມາດຕາ 205: ການນິນທາ ແລະ ການໃສ່ຮ້າຍບຸກຄົນໃດ ຫາກໄດ້ເຮັດໃຫ້ຜູ້ອື່ນເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ດ້ວຍການຂຽນ, ການເວົ້າ ຫຼື ດ້ວຍຮູບການອື່ນ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໄໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.

ມາດຕາ 207: ການປ້ອຍດ່າບຸກຄົນໃດ ຫາກໄດ້ໃຊ້ວາຈາ, ຂຽນ ຫຼື ກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເຊື່ອມເສຍກຽດສັກສີຢ່າງຮ້າຍແຮງ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.

ມາດຕາ 371: ການຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່ບຸກຄົນໃດ ຫາກໄດ້ນາບຂູ່ ຫຼື ໃຊ້ຄວາມຮຸນແຮງ ເພື່ອຂັດຂວາງເຈົ້າໜ້າທີ່ເຊິ່ງປະຕິບັດວຽກງານຂອງລັດ ຫຼື ຂອງສັງຄົມ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໄໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

ມາດຕາ 372: ການໝິ່ນປະໝາດເຈົ້າໜ້າທີ່ບຸກຄົນໃດ ຫາກກະທໍາ, ຫຍາບຊ້າ ຫຼື ໄດ້ຫາຄວາມບໍ່ຈິງໃສ່ເຈົ້າໜ້າທີ່ ເພື່ອເຮັດໃຫ້ເສື່ອມເສຍຊື່ສຽງ, ເສຍບົດບາດ ເຊິ່ງເຮັດໃຫ້ຂາດຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໄໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.

ດໍາລັດ 508/ລບ, ລົງວັນທີ 04 ທັນວາ 2012 ວ່າດ້ວຍການກວດກາການຄ້າ, ຕາມມາດຕາ 32: ມາດຕະການຕໍ່ຜູ້ລະເມີດຂອງຜູ້ຖືກກວດກາ ແລະ ບຸກຄົນອື່ນຜູ້ຖືກກວດກາ ແລະ ບຸກຄົນອື່ນ ຈະຖືກກ່າວເຕືອນ, ຮັບຜິດຊອບທາງແພ່ງ ຫຼື ທາງອາຍາ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ຕໍ່ພຶດຕິກຳດັ່ງນີ້: ບໍ່ໃຫ້ຄວາມຮ່ວມມື, ຂັດຂວາງ, ສ້າງຄວາມຫຍຸ້ງຍາກ, ຂົ່ມຂູ່, ໃຊ້ຄວາມຫຍາບຄາຍ, ໃຊ້ຄວາມຮຸນແຮງ ຫຼື ທໍາຮ້າຍຮ່າງກາຍເຈົ້າໜ້າທີ່ກວດກາການຄ້າ.

Leave a Reply

Your email address will not be published. Required fields are marked *

Back to top button