ອັບເດດສະພາບນໍ້ານອງຢູ່ເທດສະບານ ເມືອງຊຳເໜືອ ແຂວງຫົວພັນ
ວັນທີ 11 ສິງຫາ 2022 ເວລາ 14 ໂມງ 20 ນາທີ ສະຖານະການນໍ້ານອງ (ນໍ້າຂຶ້ນ) ຢູ່ພາຍໃນເທດສະບານ ເມືອງຊຳເໜືອ ແຂວງຫຫົວພັນ
ໄດ້ກຳລັງໜ້າເປັນຫ່ວງຫຼາຍຈຸດເປັນຕົ້ນແມ່ນເຂດ ບ້ານມີສຸກຄຸ້ມຕົ້ມເຫຼົ້າ (ແຖວວັງສ້ວມຕິດກັບຫ້ອງການຄຸດຄົ້ນອັດທິສົບຫວຽດນາມ) ແມ່ນຂຶ້ນຮອດແຄມຝັ່ງແລ້ວ, ເຂດຂົວນໍ້າຊຳ 3 ໃກ້ກັບຮ້ານໝາກແຂ່ນເເດນເໜືອ, ເຂດບ້ານນາລິວ (ຂົວຂ້າມໄປບ້ານນາລິວ) ຂຶ້ນເກືອບຮອດຂົວແລ້ວ,
ເຂດຫ້ວຍແໝນແມ່ນຖ້ວມສວນ ແລະ ນາບາງຈຸດແລ້ວ ແລະ ຍັງມີເຂດອື່ນຍັງບໍ່ມີຂໍ້ມູນຊັດເຈນ ສະເພາະເທດສະບານເມືອງຊຳເໜືອ ໄລຍະຜ່ານມາກໍ່ໄດ້ເກີດເຫດການນໍ້າຖ້ວມມາຫຼາຍຄັ້ງແລ້ວເປັນຕົ້ນແມ່ນເກີດຢູ່ບາງບ້ານທີ່ຕິດກັບແມ່ນໍ້າຊຳ:
ປີ 2022 ນີ້ນັບແຕ່ວັນທີ 7-11 ສິງຫາ 2022 ໄດ້ມີຝົນລິນຕິດຕໍ່ກັນຫຼາຍມື້ຈິ່ງເຮັດໃຫ້ແມ່ນໍ້າຫຼາຍສາຍທີ່ຕິດຈອດກັບແມ່ນໍ້າຊຳເພີ່ມຂຶ້ນເລື້ອຍໆ
ມາຮອດຕອນບ່າຍວັນທີ 11 ສິງຫາ 2022 ເວລາ 14 ໂມງ 00 ໄດ້ມີສຽງເຕືອນອັນຕະລາຍນໍ້າຂຶ້ນສູງຢູ່ 2 ຈຸດຄື: ຈຸດຂົວນໍ້າຊໍາ2 (ຂົວຂ້າມຕະຫຼາດ) ແລະ ຈຸດທີ2 ແມ່ນຈຸດຢູ່ບ້ານມີສຸກ ຄຸ້ມຕົ້ມເຫຼົ້າ (ເຂດວັງສ້ວມ)
ໄດ້ຮັບການລາຍງານຈາກນັກຂ່າວອິດສະຫຼະແຕ່ລະຈຸດລາຍງານໃຫ້ຮູ້ຕາມທີ່ແຈ້ງຢູ່ຂ້າງເທິງນີ້ (ຈະລາຍງານໃຫ້ຊາບຕາມພາຍຫຼັງຕື່ມ) ຂໍໃຫ້ທຸກທ່ານຈົ່ງລະມັດລະວັງກຽມພ້ອມຮັບມືຊ່ວນກັນ
ສຽງເຕືອນໄພ ຄລີບ 1
ສຽງເຕືອນໄພ 2
ສຽງເຕືອນ 3