ອີລອນມາສ (Elon Musk) ຈະຊື້ທີມບານເຕະ ແມນເຊັສເຕີ ຢູໄນເຕັດ

ລອນມາສ (Elon Musk) ປະກາດຜ່ານ twitter ຈົນກາຍເປັນປະເດັນເຮັດໃຫ້ຜູ້ຄົນທົ່ວໂລກ ເຊົ້າມື້ນີ້ ໂດຍການບອກວ່າຈະເຂົ້າຊື້ເອົາ ສະໂມສອນ ແມນເຊັສເຕີ ຢູໄນເຕັດ .

ສຳລັບສາວົກແມນຢູ ຕາງກໍຢາກໃຫ້ ອີລອນມາສ ເຂົ້າຊື້ກິດຈະການຂອງທີມແມນຢູ ໂດຍບອກວ່າ: ” ຕອນນີ້ສະໂມສອນຊັ້ນນຳກຳລັງຢູ່ໃນຊ່ວງຫຍຸ້ງຍາກລຳບາກ ເພາະເຈົ້າຂອງປັດຈຸບັນເປັນຄົນສໍ້ໂກງ ແລະ ກຳລັງທຳລາຍສະໂມສອນເຕະບານທີ່ຍິ່ງໃຫຍ່ແຫ່ງນີ້”

ຢ່າງໃດກໍຕາມ, ການທະວິດເຕີ້ໃນຄັ້ງນີ້ຍັງບໍ່ເປັນທີ່ຊັດເຈນວ່າ ມີຄວາມຈິງຈັງ ຫຼື ໜ້າເຊື່ອຖືໄດ້ຫຼາຍປານໃດ ເພາະອາດຈະເປັນການທະວິດ ເພື່ອເພີ່ມມູນຄ່າໃນການປັ່ນຫຸ້ນ.

ຊົມຄລີບ

ຜ່ານ ອີລອນມາສ (Elon Musk) ມະຫາເສດຖີເຈົ້າຂອງແບນລົດໄຟຟ້າ (Tesla) ທີ່ໄດ້ປະກາດຊື້ ທະວິດເຕີ້ (twitter) ເມື່ອບໍ່ດົນມານີ້.

ໃນວັນທີ 29 ເມສາ ທີ່ຜ່ານມາຫຼັງຈາກຄະນະກຳມະການບໍລິຫານອິດສະຫຼະຂອງບໍລິສັດ ທະວິດເຕີ້ ອອກຖະແຫຼງການຕົກລົງຂາຍບໍລິສັດໃຫ້ແກ່ ອີລອນມາສ ຊິອີໂອຂອງບໍລິສັດເທສລາ ແລະ ສະເປສເອັກ ພາຍໃຕ້ຂໍ້ຕົກລົງມູນຄ່າ 4.4 ໝີ່ນລ້ານໂດລາ.

ທີ່ມາ: ລາວໂພສ

Leave a Reply

Your email address will not be published. Required fields are marked *

Back to top button