ວ່າແນວໃດ ສາຍສ່ຽງໂຊກ? ໂຈະອອກເລກລາງວັນຫວຍພັດທະນາ
ວ່າແນວໃດ ສາຍສ່ຽງໂຊກ? ໂຈະອອກເລກລາງວັນຫວຍພັດທະນາ ໃນວັນສຸກ ວັນທີ 02 ທັນວາ 2022
..
ອີງຕາມ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຂໍຖືເປັນກຽດແຈ້ງມາຍັງ ຫົວໜ້າຕົວແທນຈໍາຫນ່າຍຫວຍ ພັດທະນາ;
ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດ ຊາບທົ່ວເຖິງກັນວ່າ:
ເນື່ອງຈາກວັນສຸກ, ວັນທີ 02 ທັນວາ 2022 ເປັນວັນພັກລັດຖະການ (ວັນສະຖາປະນາ ສປປ ລາວ)
..
ສະນັ້ນ, ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈໍາຫນ່າຍຫວຍພັດທະນາ ໄດ້ດໍາເນີນໄປຕາມແຜນການ ແລະ ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ
.
ຈະໄດ້ໂຈະການຈໍາຫນ່າຍ ແລະ ໂຈະການອອກ ເລກລາງວັນຫວຍພັດທະນາ ໃນວັນສຸກ, ວັນທີ 02 ທັນວາ 2022, ບໍ່ມີການອອກທົດແທນຄືນ.
(ແຈ້ງການເຕັມໃນຄອມເມັ້ນ)
..