ອ່ານດ່ວນ! ມາດຕະການ ປິດ ແລະ ເປີດ ນັບແຕ່ວັນທີ 15 ພະຈິກ 2021 ເປັນຕົ້ນໄປ

ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ COVID-19, ໄລຍະວັນທີ 15 ພະຈິກ 2021 ເປັນຕົ້ນໄປ.”

ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມທີ່ລະບຸໃນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1402, ລົງວັນທີ 31 ຕຸລາ 2021 ແລະ ມາດຕະການຕ່າງໆທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ໄດ້ວາງອອກ ເຫັນວ່າ ໄດ້ຮັບຜົນສຳເລັດດີ ເປັນກ້າວໆ ຊຶ່ງສະແດງອອກບາງດ້ານທີ່ພົ້ນເດັ່ນ ຄື:

1. ການສັກວັກຊີນ ເຂັມທີ 01 ໄດ້ 3.543.688 ຄົນ, ກວມ 48,29%,

2. ສັກຄົບໂດສ 2.995.667 ຄົນ, ກວມ 40,83%,

3. ປິ່ນປົວຫາຍດີ 43.836 ຄົນ ເທົ່າກັບ 80,89% ຂອງຈຳນວນຜູ້ຕິດເຊື້ອ.

ອົງການປົກຄອງ ກໍ່ຄືຄະນະສະເພາະກິດທຸກຂັ້ນ ຕະຫຼອດຮອດພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທຸກພາກສ່ວນ ສືບຕໍ່ປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຄວາມອົດທົນ ຜ່ານຜ່າ ແລະ ຫ້າວຫັນ. ການຈັດຕັ້ງ ກໍ່ຄື ຄອບຄົວ-ບຸກຄົນ ທຸກພາກສ່ວນທຸກຂັ້ນ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ປະກອບເຂົ້າໃນວຽກງານຄວບຄຸມພະຍາດໂຄວິດ-19 ທັງທາງດ້ານວັດຖຸ ແລະ ຈິດໃຈ ຢ່າງເປັນຂະບວນການຟົດຟື້ນດີສົມຄວນ.

ເຖິງຢ່າງໃດກໍ່ຕາມ ສະພາບການຕິດເຊື້ອໃນຊຸມຊົນ ມີຂຶ້ນໃນທຸກແຂວງໃນທົ່ວປະເທດ ແລະ ຈຳນວນຜູ້ຕິດເຊື້ອໃໝ່ ແມ່ນສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຂະຫຍາຍເປັນວົງກວ້າງ, ຊຶ່ງການຕິດເຊື້ອດັ່ງກ່າວ ສ່ວນຫຼາຍແມ່ນເກີດຢູ່ຕາມສະຖານທີ່ທີ່ມີຊຸມຊົນແອອັດຕ່າງໆ ລວມທັງ ຢູ່ໃນງານສັງຄົມ, ສຳນັກງານ-ອົງການ, ຫົວໜ່ວຍທຸລະກິດ ແລະ ລາມໄປຮອດ ການຕິດເຊື້ອກັນໃນຄອບຄົວ ນັບມື້ຫຼາຍຂຶ້ນ.

ສາເຫດຕົ້ນຕໍຂອງການແຜ່ລະບາດດັ່ງກ່າວ ແມ່ນຍ້ອນສັງຄົມຈຳນວນໜຶ່ງ ຍັງບໍ່ທັນປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. ຍ້ອນແນວນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຈຳນວນໜຶ່ງ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 15 ພະຈິກ 2021 ເປັນຕົ້ນໄປ ຄືດັ່ງນີ້:

ມາດຕະການລວມ:

1. ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນການຂົນສົ່ງສິນຄ້າເຂົ້າອອກ ແມ່ນໃຫ້ປະຕິບັດຕາມທີ່ລະບຸໃນຂໍ້ 3.2 ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1494, ລົງວັນທີ 14 ຕຸລາ 2021;

2. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງ ປະເທດ ຍົກເວັ້ນທີ່ໄດ້ຮັບອະນຸຍາດຕາມແຜນທົດລອງນຳເຂົ້ານັກທ່ອງທ່ຽວຕ່າງປະເທດ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 1445, ລົງວັນທີ 5 ພະຈິກ 2021. ສໍາລັບພະນັກງານສະຖານທູດ, ອົງການ ຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນອັນຮີບດ່ວນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດໃຫ້ພະນັກງານ ສະຖານທູດ ແລະ ອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ນອກນັ້ນ ແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ;

3. ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ຄາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ;

4. ຫ້າມຈັດງານ ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 50 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຂັ້ນແຂວງ.

5. ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.

ມາດຕະການສະເພາະໃນຈຸດທີ່ມີການລະບາດໃນຊຸມຊົນ:

1. ສືບຕໍ່ປິດຮ້ານນວດ, ຮ້ານສະປາ, ຮ້ານເສີມຄວາມງາມ, ຮ້ານຕັດຜົມ, ຮ້ານເສີມສວຍ, ໂຮງສາຍຮູບເງົາ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ;

2. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ;

3. ປິດການສັນຈອນຂອງພາຫະນະສ່ວນຕົວ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 23:30 ໂມງ – 05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ, ລົດຂອງເຈົ້າໜ້າທີ່ປະຕິບັດງານ ແລະ ລົດທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ;

4. ບັນດາກະຊວງ-ອົງການທຽບເທົ່າ ທີ່ຈະດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກຕົນ ແມ່ນໃຫ້ສະເໜີແຜນປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ-19 ໃນໄລຍະດໍາເນີນກອງປະຊຸມ ໂດຍບໍ່ຕ້ອງກວດເກັບຕົວຢ່າງກວດຫາເຊື້ອ, ແລ້ວສະເໜີຫາຄະນະສະເພາະກິດ ພິຈາລະນາເປັນແຕ່ລະກໍລະນີ;

5. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ອະນຸຍາດໃຫ້ພະນັກງານ ແລະ ລັດຖະກອນ ຜັດປ່ຽນກັນມາປະຈຳການ ຫຼື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ ຕາມສະພາບຕົວຈິງ ແລະ ຄວາມເໝາະຂອງແຕ່ລະສະຖານທີ່. ສຳລັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ຍິງຖືພາທີ່ບໍ່ສາມາດຮັບວັກຊີນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.

ມາດຕະການຜ່ອນຜັນ :

1. ບັນດາຫົວໜ່ວຍທຸລະກິດ, ສະຖານທີ່ ກໍຄືກິດຈະການຕ່າງໆ ທີ່ບໍ່ນອນຢູ່ໃນມາດຕະການລວມ ແລະ ມາດຕະການສະເພາະໃນຈຸດທີ່ມີການລະບາດໃນຊຸມຊົນ ແມ່ນອະນຸຍາດໃຫ້ເປີດ ແລະ ດຳເນີນກິດຈະການໄດ້ ໂດຍອີງໃສ່ຜົນຂອງການສັກວັກຊີນຂອງເຈົ້າຂອງກິດຈະການ, ຜູ້ໃຫ້ບໍລິການ ແລະ ຜູ້ເຂົ້າບໍລິການເປັນຕົ້ນຕໍ. ໝາຍວ່າ ຜູ້ໃດສັກວັກຊີນຄົບໂດສ ແມ່ນສາມາດເຂົ້າໃຊ້ບໍລິການໃນສະຖານທີ່ດັ່ງກ່າວໄດ້;

2. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງສິນຄ້າພາຍໃນປະເທດ ແລະ ລະຫວ່າງປະເທດ ໂດຍປະຕີບັດຕາມແຈ້ງການຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021 ຊຶ່ງຄົນຂັບລົດ ແລະ ຜູ້ຊ່ວຍຄົນຂັບລົດ ພາຍໃນປະເທດ ແລະ ຄົນຂັບລົດຂົນສົ່ງສິນຄ້າເຂົ້າມາ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບ;

3. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ປາຍທາງ, ບໍ່ໃຫ້ມີການ ຈໍາກັດບໍລິເວນ ແລະ ບໍ່ຈໍາກັດເວລາໃນການສັນຈອນຂອງລົດຂົນສົ່ງໂດຍສານ ແລະ ສິນຄ້າ ທຸກປະເພດໃນຂອບເຂດທົ່ວປະເທດ, ແຕ່ໃຫ້ມີການຢັ້ງຢືນ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button