ຣັດເຊຍສະເໜີຂາຍນ້ຳມັນໃນອາຊີ ຖືກກວ່າຕະຫຼາດ 30%

ຣັດ​ເຊຍ​ ພວມ​ເຈ​ລະ​ຈາ​ກັບຫຼາຍ​ປະ​ເທດໃນ​ອາ​ຊີ​ຫຼາຍ​ ​ກ່ຽວ​ກັບ​ສັນ​ຍາ​ນ້ຳ​ມັນ​ໃນ​ໄລ​ຍະ​ຍາວ​ ທີ່​ມີ​ທ່າ​ແຮງ​ໂດຍ​ມີ​ການ​ຫຼຸດ​ຜ່ອນ​ລົງ.

ວັນທີ 24 ສິງຫາ 2022 ອ້າງອີງຈາກສຳນັກຂ່າວ ບຣູມເບີກ ໄດ້ລາຍງານວ່າ: ການຫຼຸດລາຄາຂອງນ້ຳມັນນັ້ນ ອາດຈະຫຼາຍເຖິງ 30% ແລະ ອາດຈະບົ່ງບອກວ່າ ມອສໂກ ປະເທດຣັດເຊຍ ກຳລັງຫາການຕອບໂຕ້ການຫາລື ໂດຍສະຫະລັດອາເມຣິກາ ແລະ ກຸ່ມປະເທດ G7 ກ່ຽວກັບການກຳນົດລາຄານ້ຳມັນດິບຂອງຣັດເຊຍ.

ໂດຍລັດຖະມົນຕີອິນໂດເນເຊຍ ລະບຸວ່າ ຣັດເຊຍຍື່ນຂໍ້ສະເໜີຕໍ່ອິນໂດເນເຊຍ ເພື່ອຂາຍນ້ຳມັນໃນລາຄາທີ່ຕ່ຳກວ່າຕະຫຼາດເຖິງ 30%.

ບໍລິສັດຂຸດຄົ້ນພະລັງງານ Rystad Energy ຄາດວ່າຜົນຜະລິດນ້ຳມັນດິບຂອງຣັດເຊຍລະຫຼຸດລົງຫຼາຍກວ່າ 1 ລ້ານບາເຣວ ຕໍ່ມື້ ໃນອີກບໍ່ດົນ ເນື່ອງຈາກວ່າຄວາມຕ້ອງການໃນອາຊີຫຼຸດລົງ ແລະ ການຂວ້ຳບາດຂອງສະຫະພາບເອີຣົບທີ່ເກີດຂຶ້ນ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button