ຂໍໃຫ້ພາກສ່ວນກ່ຽວຂ້ອງຊີ້ແຈງເຫດຜົນ ເພາະຈະກະທົບນັກທ່ອງທ່ຽວທີ່ເດີນທາງເຂົ້າປະເທດເຮົາ.

ນັກທ່ອງທ່ຽວ、ນັກທຸລະກິດ ທີ່ເຂົ້າມາປະເທດລາວໂດຍຜ່ານສະນາມບິນສາກົນວັດໄຕ

ຖືກຮ້ອງເກັບເງິນຄົນລະ 20$-100$ ໂດຍສະເພາະແມ່ນກຸ່ມຄົນຈີນທີ່ຖືກກຸ່ມພະນັກງານເຫລົ່ານີ້ ຮ້ອງເກັບເງິນ 100¥ ໂດຍເອກະສານທຸກຢ່າງຖືກຕ້ອງແລະຜ່ານກົງສູນລາວ ປະຈຳແຕ່ລະປະເທດເປັນທີ່ຮຽບຮ້ອຍແລ້ວ

ຈຶ່ງສາມາດເດີນທາງເຂົ້າມາປະເທດໄດ້ ແຕ່ເມື່ອມາຮອດສະນາມບິນ ໄດ້ຖືກກຸ່ມຄົນເຫລົ່ານີ້ ເກັບເງິນຄົນລະ 100¥ . ນີ້ບໍ່ຄືການໂຄສະນາ ໃຫ້ນັກທ່ອງທ່ຽວເຂົ້າມາປະເທດລາວ

ນີ້ບໍ່ຄືການກະຕຸນເສດຖະກິດປະເທດ ❓ ໜ້າທີ່ຂອງບຸກຄົນເຫລົ່ານີ້ແມ່ນຫຍັງແທ້ ແລະ ພາກສ່ວນຜູ້ໃຫຍ່ຂັ້ນເທິງ ປ່ອຍໃຫ້ເປັນແບບນີ້ໄດ້ຈັງໃດ..

ຄ່າກວດໂຄວິດ 650,000₭ ອັນນີ້ຍິນດີຈ່າຍ ເພາະມີມບບິນໃຫ້ ແລະ ເປັນມາດຕະການເຂົ້າເມືອງ ແຕ່ 100¥ນິ ບໍ່ເຂົ້າໃຈ

ບໍ່ແມ່ນພຽງຄົນຈີນ ນັກຮຽນລາວທີ່ມາແຕ່ອິນຊອນກໍ່ເຄີຍຖືກ ລວມເຖິງຄົນເກົາຫລີ、ຄົນມາເລ、ໄຕ້ຫວັນ ແລະ ອື່ນໆອີກ.

ເປັນການຂາຍຂີ້ໜ້າປະເທດຫຼາຍ ຖ້າຫາກຍັງເປັນແບບນີ້ ແລະ ປ່ອຍປະບຸກຄົນເຫລົ່ານີ້ລອຍໜ້າລອຍຕາ

ຊົມຄຼິບ1

ຄຼິບ2

ຄຼິບ3

ຄຼິບ4

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button