ເບຍລາວ ແຈ້ງການດ່ວນ! ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆ ກັບກໍລະນີການລັກລອບຂົນສົ່ງຢາເສບຕິດທີ່ເກີນຂຶ້ນຢູ່ ແຂວງບໍ່ແກ້ວ.

ບໍລິສັດ ເບຍລາວ ຈຳກັດ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆ ກັບກໍລະນີການລັກລອບຂົນສົ່ງຢາເສບຕິດທີ່ເກີນຂຶ້ນຢູ່ ແຂວງບໍ່ແກ້ວ.

ບົດຖະແຫຼງຂ່າວ ບໍລິສັດເບຍລາວຈໍາກັດ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆ ກັບກໍລະນີການລັກລອບຂົນສົ່ງຢາເສບຕິດທີ່ເກີດ ຂຶ້ນຢູ່ ແຂວງບໍ່ແກ້ວ.

ມື້ນີ້ພວກເຮົາໄດ້ຮັບຂ່າວກ່ຽວກັບການລັກລອບຂົນສົ່ງຢາເສບຕິດຜິດກົດຫມາຍ ຢູ່ແຂວງບໍ່ແກ້ວ, ຕໍາຫຼວດທ້ອງຖີ່ນ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງຂອງແຂວງ ໄດ້ຈັບກຸມລົດບັນທຸກທີ່ໃຊ້ຂົນສົ່ງຢາເສບຕິດຜິດກົດຫມາຍ ໂດຍນໍາໃຊ້ລັງເປົ່າທີ່ມີໂລໂກ້ ຜະລິດຕະ

ພັນເບຍລາວ ເປັນສິ່ງປົກປິດ. ບໍລິສັດເບຍລາວ ຈໍາກັດ ຍາມໃດກໍຍຶດຫມັ້ນນະໂຍບາຍ ຕ້ານ ແລະ ສະກັດກັ້ນການລັກລອບຄ້າຢາ ເສບຕິດ ແລະ ສິ່ງຜິດກົດຫມາຍຢ່າງເຂັ້ມງວດ ແລະ ພວກເຮົາຮູ້ສຶກຜິດຫວັງເປັນຢ່າງຍິ່ງທີ່ຊັບສິນຂອງບໍລິສັດເບຍລາວ ຖືກ

ລັກລອບເອົາໄປນໍາໃຊ້ໃນການເຄື່ອນໄຫວກິດຈະກໍາທີ່ຜິດກົດຫມາຍ ແລະ ຈະເອົາຈິງເອົາຈັງໃນການດໍາເນີນມາດຕະການທາງກົດຫມ າຍທັນທີ ຕໍ່ຜູ້ນໍາໃຊ້ຊັບສິນຂອງບໍລິສັດຂອງພວກເຮົາໃນທາງທີ່ຜິດກົດຫມາຍ.

ພວກເຮົາໄດ້ຮັບການຢັ້ງຢືນຊັດເຈນແລ້ວວ່າລົດບັນທຸກຄັນດັ່ງກ່າວບໍ່ແມ່ນລົດຂອງບໍລິສັດເບຍລາວ, ບໍ່ແມ່ນລົດຂອງບໍລິສັດຂົນສົ່ງ ທີ່ບໍລິສັດເບຍລາວມີສັນຍາໃຫ້ບໍລິການຂົນສົ່ງຜະລິດຕະພັນຂອງບໍລິສັດເບຍລາວ ຫຼື ຂອງຕົວແທນຈໍາຫນ່າຍໃດໆຂອງພວກເຮົາ.

ເປັນອັນຈະແຈ້ງວ່າ, ບໍລິສັດເບຍລາວຈໍາກັດ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆ ໃນເລື່ອງນີ້

ບໍລິສັດເບຍລາວຂໍຊົມເຊີຍຜົນງານຂອງເຈົ້າຫນ້າທີ່ ປກສ ແຂວງບໍ່ແກ້ວ ແລະ ອໍານາດການປົກຄອງທີ່ກ່ຽວຂ້ອງ ໃນຄວາມ ພະຍາຍາມປາບປາມ ແລະຈັບກຸມຕົວກຸ່ມຜູ້ລັກລອບຄ້າຢາເສບຕິດ ແລະ ສິ່ງຜິດກົດຫມາຍອື່ນໆໄດ້ເປັນຢ່າງດີ.

ພວກເຮົາບໍ່ມີຂໍ້ມູນອື່ນໆເພີ່ມເຕີມກ່ຽວກັບເຫດການນີ້.

Leave a Reply

Your email address will not be published. Required fields are marked *

Back to top button