ນາງ ມາຣຽມ ເປັນແມ່ທີ່ເກີດລູກຫລາຍທີ່ສຸດໃນໂລກ. ແຕ່ຖືກສາມີຖີ້ມປະ
ການທີ່ຜູ້ຍິງຄົນໜຶ່ງຈະມີລູກແຝດນັ້ນບໍ່ແມ່ນເລື່ອງງ່າຍ ບໍ່ວ່າຈະດ້ວຍຄວາມບັງເອີນຕາມທຳມະຊາດ ຫລືການເຮັດເດັກຫຼອດແກ້ວກໍຕາມ ແລະການທີ່ຜູ້ຍິງຄົນໜຶ່ງຈະມີລູກແຝດຊ້ຳ ກໍຄົງບໍ່ໄດ້ເກີດຂຶ້ນເລື້ອຍໆ
ມາຣຽມ ນາບາທັນຊີ ນັ້ນມີລູກແຝດມັນເບິ່ງເໝືອນເປັນເລື່ອງປົກກະຕິທີ່ເກິດຂື້ນກັບນາງ ເພາະເຈົ້າແມ່ລູກຄົນນີ້ໃຫ້ກຳເນີດລູກແຝດຕິດຕໍ່ກັນຫຼາຍເທື່ອ ບໍ່ແມ່ນແຕ່ເທື່ອດຽວ ສອງເທື່ອ . ນາງເກີດລູກລວມກັນທັງໝົດເຖິງ 44 ຄົນ ພາຍໃນ ນາງອາຍຸພຽງ 36 ປີ, ແຕ່ລູກຈເສຍຊີວິດໄປແລ້ວ 6 ຄົນ
ມາຣຽມອາໄສຢູ່ໃນຫມູ່ບ້ານນ້ອຍໆ ທີ່ນາຍລ້ອມດ້ວຍໄຮ່ກາແຟ ທາງຕອນເໜືອຂອງກຸງກັມປາລາ ເມືອງຫຼວງຂອງຢູກັນດາ ນາງເກີດໃນຄອບຄົວທີ່ຍາກຈົນຫລາຍ.. ຊີວິດທີ່ຕ້ອງດິ້ນຣົນໃນຕອນນີ້ ນາງຍອມຮັບວ່ານາງເອງກໍມີຊີວິດໄວເດັກທີ່ທຸກໃຈທີ່ສຸດໃນໂລກ, ເພາະແມ່ຂອງນາງໄດ້ຖິ້ມນາງກັບພໍ່ ແລະພີ່ນ້ອງຂອງນາງອີກ 5 ຄົນ.
ເມື່ອພໍ່ແຕ່ງງານໃໝ່ ແມ່ລ້ຽງກໍບໍ່ຮັກອ້າຍນ້ອງຂອງເຮົາ ຮ້າຍກວ່ານັ້ນ ຍັງນຳເສດແກ້ວປະສົມໃນອາຫານໃຫ້ພວກເຮົາກິນ, ນາງມາຣຽມ ແລະ ອ້າຍເອື້ອຍນ້ອງຂອງນາງ ໄດ້ແຕ່ໄຫ້ ສ່ວນພໍ່ກໍ່ເວົ້າຫຍັງບໍ່ໄດ້ຫຍັງເລີບ ເພາະທຸກຢ່າງພໍ່ເປັນຝ່າຍຍອມແມ່ລ້ຽງຫມົດ, ນາງມາຣຽມຍັງວ່າ ມີບາງມື້ບໍ່ໄດ້ກິນຮອດເຂົ້າເລີຍ, ມີແຕ່ກິນນ້ຳເພື່ອຢູ່ລອດ, ມີຫລາຍຄັ້ງຄິດຈະປິດຊີວິດຕົນເອງ
ເຖິງຢ່າງໃດກໍ່ຕາມນາງວ່າ ຍັງມີໂຊກ ທີ່ດີ້ນດົນອົດກິນອົດຢູ່ ມາບໍ່ຕາຍ ຈົນໃຫຍ່ມາອາຍຸ 12 ປີ ແຕ່ປີນີ້ເປັນປີຟ້າມືດກັບມາຕົກໃສ່ນາງອີກຄັ້ງ ນາງຍັງຖືກຈັບບັງຄັບແຕ່ງງານັບຊາຍຄົນຫນື່ງອາຍຸປະມານ 28 ປີ. ເມື່ອເວລາຜ່ານໄປ 1 ປີ. ມາຣຽມ ກໍຕັ້ງທ້ອງລູກຝາແຝດຄັ້ງທຳອິດ
ຫຼັງຈາກນາງທ້ອງລູກເທື່ອທຳອິດ ມາຣຽມ ກໍເດິນທາງໄປພົບແພດເພື່ອກວດຮ່າງກາຍ ແລະ ໃນຕອນນັ້ນ ແພດບອກ ວ່າມົດລູກຂອງນາງມີຂະໜາດໃຫຍ່ຫລາຍ , ທ່ານຫມໍຈື່ງໄດ້ກວດການຕັ້ງທ້ອງຂອງນາງພົບວ່າມີລູກແຝດ 3 ຄົນ
ພ້ອມກັບເຕືອນວ່າການກິນຢາຄຸມກຳເນີດສາມາດສົ່ງຜົນກະທົບຢ່າງຫລາຍຕໍ່ຮ່າງກາຍຂອງນາງ, ທ່ານຫມໍຈື່ງໄດ້ແຕ່ວາງຢາກິນເພື່ອສຸຂະພາບເທົ່ານັ້ນເມື່ອຄົບກຳນົດຕາມຫມໍນັດເກີດ , ນາງກໍ່ເກີດໄດ້ຢ່າງງ່າຍດາຍ ແລະ ລູກແຝດຂອງນາງເກີດມາປອດໄພດີ
ມາຣຽມຕັ້ງທ້ອງ ເປັນລູກແຝດທັງໝົດ 15 ເທື່ອ ຈົນທ່ານຫມໍ ແລະ ຄົນອ້ອມຂ້າງໄດ້ແຕ່ວ່າ ເຫລື່ອເຊື່ອ ແຕ່ຕ້ອງໄດ້ເຊື່ອ. ມາຣຽມຕັ້ງທ້ອງ ຫລືຖືພາ ເປັນແຝດສອງ 6 ເທື່ອ, ແຝດສາມ 4 ເທື່ອ ແລະ ຕັ້ງທ້ອງແຝດ ສີ່ ອີກ 5 ເທື່ອ. ນາງມີລູກທັງໝົດ 44 ຄົນ, ເສຍຊີວິດໄປແລ້ວ 6 ຄົນ. ປະຈຸບັນມີ 38 ຄົນ.
ການມີລູກຈຳນວນຫລາຍເຖິງ 44 ຄົນ ໄດ້ສົ່ງຜົນກະທົບຕໍ່ຊີວິດຂອງມາຣຽມເປັນຢ່າງຢິ່ງ ທ່ານຫມໍຈື່ງໄດ້ຜ່າຕັດເຮັດຫມັ້ນໃຫ້ນາງເພື່ອບໍ່ໃຫ້ນາງມີລູດອີກ ແລະ ທີ່ຮ້າຍ່ໄປກວ່ານັ້ນກໍຄື ຜົວຂອງນາງແທບບໍ່ເຄີຍດູແລຄອບຄົວເລີຍ.
ລ່າສຸດ ຜົວຂອງມາຣຽມກໍໄດ້ ຖີ້ມ ມາຣຽມ ແລະ ລູກ 38 ຄົນ ໄປ ແລະ ບໍ່ກັບມາອີກ ປ່ອຍໃຫ້ນາງລ້ຽງດູລູກທັງໝົດຕາມລຳພັງ ໂດຍທັງ 39 ຊີວິດອາໄສຢູ່ນຳກັນ ກະຈາຍກັນນອນໃນບ້ານນ້ອຍໆ 4 ຫຼັງ ດ້ວຍຄວາມທີ່ສະຖານະຄອບຄົວລຳບາກຫລາຍ
,,
ມາຣຽມຈຶ່ງຕ້ອງເຮັດທຸກຢ່າງເທົ່າທີ່ສອງມືຂອງນາງເຮັດໄດ້ ເພື່ອຫາເງິນລ້ຽງປາກທ້oງຂອງຄອບຄົວ ເງິນທີ່ໄດ້ມາທັງໝົດກໍຕ້ອງແບ່ງປັນສ່ວນໃຊ້ເຊັ່ນ: ຄ່າອາຫານ ຄ່າsັກສາພະຍາບານ ຄ່າເສື້ອຜ້າ, ທັງຄ່າເທີມຂອງລູກ . ແຕ່ເຮັດແນວໃດເງີນກໍບໍ່ພໍໃຊ້
ຢ່າງໃດກໍຕາມ ໂຊກດີຂອງມາຣຽມທີ່ລູກໆຫຼາຍຄົນຂອງນາງເປັນເດັກດີ ທັງຊ່ວຍເຮັດວຽກບ້ານ ຊ່ວຍຫາເງິນ ແລະຄົົນທີ່ໃຫຍ່ແລ້ວກໍຊ່ວຍເບິ່ງແຍງນ້ອງໆ ເຖິງວ່າ ລູກຊາຍຄົນໃຫຍ່ ໄວ 23 ປີ ຈະຕ້ອງລາອອກຈາກໂຮງຮຽນເພາະຄອບຄົວບໍ່ມີເງິນສົ່ງ
ແຕ່ນ້ອງໆ ຂອງທ່ານກໍຕັ້ງໃຈຮຽນ ບາງຄົນຕັ້ງໃຈຮຽນຫລາຍ ຈົບການສຶກສາດ້ວຍຜົນການຮຽນທີ່ດີແລະໄດ້ຫລຽນທອງເປັນກຽດ ມາຣຽມກໍແຂວນພາບແຫ່ງຄວາມພາກພູູມໃຈນັ້ນໄວ້ກາງຝາບ້ານນ້ອຍໆ ຂອງນາງ
ເມື່ອແອັດມິນເຟສບຸກເພຈ: NN News ຂອງພວກເຮົາຄົ້ນເຫັນເລື່ອງຣາວຂອງມາຣຽມ ເຫັນວ່າເປັນເລື່ອງຣາວທີ່ດີແລະເປັນຈິງ ທັງແອັດພວກເຮົາຈື່ງໄດ້ສະຫລະເວລາແປໃຫ້ທຸກຄົນໄດ້ອ່ານຮູ້, ແລະ ແອັດແນ່ໃຈວ່າການແປຄັ້ງນີ້ແມ່ນປາດສະຈາກບໍ່ໄດ້ໃນຄວາມຜິດພາດ, ສະນັ້ນ ຈື່ງຮຽກມາຍັງຜູ້ໄດ້ອ່ານທັງຫລາຍ ຈົ່ງຕຳນິຕິຊົມມາເພື່ອການປັບປຸງໃຫ້ເລື່ອງຂອງມາຣຽມນີ້ຊັດເຈນຂື້ນກວ່າເກົ່າ
ຊົມຄລີບ