ນາງ ມາຣຽມ ເປັນແມ່ທີ່ເກີດລູກຫລາຍທີ່ສຸດໃນໂລກ. ແຕ່ຖືກສາມີຖີ້ມປະ

ການ​ທີ່​ຜູ້ຍິງ​ຄົນ​ໜຶ່ງ​ຈະ​ມີ​ລູກ​ແຝດ​ນັ້ນ​ບໍ່​ແມ່ນ​ເລື່ອງ​ງ່າຍ ບໍ່​ວ່າ​ຈະ​ດ້ວຍ​ຄວາມ​ບັງ​ເອີນ​ຕາມ​ທຳມະຊາດ ຫລື​ການເຮັດ​ເດັກ​ຫຼອດ​ແກ້ວ​ກໍ​ຕາມ ແລະ​ການ​ທີ່​ຜູ້ຍິງ​ຄົນ​ໜຶ່ງ​ຈະ​ມີ​ລູກ​ແຝດ​ຊ້ຳ ກໍ​ຄົງ​ບໍ່​ໄດ້​ເກີດ​ຂຶ້ນ​ເລື້ອຍ​ໆ

ມາ​ຣຽມ ນາ​ບາ​ທັນ​ຊີ ນັ້ນ​ມີ​ລູກ​ແຝດ​ມັນ​ເບິ່ງ​ເໝືອນ​ເປັນ​ເລື່ອງ​ປົກກະຕິ​ທີ່ເກິດຂື້ນ​ກັບ​ນາງ ເພາະ​ເຈົ້າ​ແມ່​ລູກ​ຄົນ​ນີ້​ໃຫ້​ກຳ​ເນີດ​ລູກ​ແຝດ​ຕິດ​ຕໍ່​ກັນ​ຫຼາຍ​ເທື່ອ ບໍ່​ແມ່ນ​ແຕ່ເທື່ອ​ດຽວ ສອງ​ເທື່ອ . ນາງ​ເກີດ​ລູກລວມ​ກັນ​ທັງ​ໝົດ​ເຖິງ 44 ຄົນ ພາຍໃນ ນາງອາຍຸພຽງ 36 ປີ, ແຕ່ລູກຈເສຍຊີວິດໄປແລ້ວ 6 ຄົນ

ມາ​ຣຽມ​ອາໄສ​ຢູ່ໃນ​ຫມູ່ບ້ານ​ນ້ອຍໆ ທີ່ນາຍ​ລ້ອມ​ດ້ວຍ​ໄຮ່​ກາ​ແຟ ທາງ​ຕອນ​ເໜືອ​ຂອງ​ກຸງ​ກັມ​ປາ​ລາ ເມືອງ​ຫຼວງ​ຂອງ​ຢູ​ກັນ​ດາ ນາງ​ເກີດ​ໃນ​ຄອບຄົວ​ທີ່ຍາ​​ກ​ຈົນ​ຫລາຍ.. ​ຊີວິດ​ທີ່​ຕ້ອງ​ດິ້ນ​ຣົນ​ໃນ​ຕອນ​ນີ້ ນາງ​ຍອມ​ຮັບ​ວ່າ​ນາງ​ເອງ​ກໍ​ມີ​ຊີວິດ​ໄວ​ເດັກ​ທີ່​ທຸກໃຈທີ່ສຸດໃນໂລກ, ​ ເພາະ​ແມ່​ຂອງ​ນາງ​ໄດ້​ຖິ້ມ​ນາງ​ກັບ​ພໍ່ ແລະ​ພີ່​ນ້ອງ​ຂອງ​ນາງ​ອີກ 5 ຄົນ.

ເມື່ອ​ພໍ່​ແຕ່ງ​ງານ​ໃໝ່ ແມ່​ລ້ຽງ​ກໍ​ບໍ່ຮັກອ້າຍນ້ອງຂອງເຮົາ ຮ້າຍກວ່ານັ້ນ ​ຍັງ​ນຳ​ເສດ​ແກ້ວ​ປະສົມ​ໃນ​ອາຫານ​ໃຫ້​ພວກເຮົາ​ກິນ, ນາງມາຣຽມ ແລະ ອ້າຍເອື້ອຍ​ນ້ອງຂອງນາງ ໄດ້ແຕ່ໄຫ້ ສ່ວນພໍ່ກໍ່ເວົ້າຫຍັງບໍ່ໄດ້ຫຍັງເລີບ ເພາະທຸກຢ່າງພໍ່ເປັນຝ່າຍຍອມແມ່ລ້ຽງຫມົດ, ນາງມາຣຽມຍັງວ່າ ມີບາງມື້ບໍ່ໄດ້ກິນຮອດເຂົ້າເລີຍ, ມີແຕ່ກິນນ້ຳເພື່ອຢູ່ລອດ, ມີຫລາຍຄັ້ງຄິດຈະປິດຊີວິດຕົນເອງ

ເຖິງຢ່າງໃດກໍ່ຕາມນາງວ່າ ຍັງມີໂຊກ ທີ່ດີ້ນດົນອົດກິນອົດຢູ່ ມາບໍ່ຕາຍ ຈົນໃຫຍ່ມາອາຍຸ 12 ປີ ແຕ່ປີນີ້ເປັນປີຟ້າມືດກັບມາຕົກໃສ່ນາງອີກຄັ້ງ ນາງຍັງຖືກຈັບບັງຄັບແຕ່ງງານັບຊາຍຄົນຫນື່ງອາຍຸປະມານ 28 ປີ. ເມື່ອ​ເວລາ​ຜ່ານ​ໄປ 1 ປີ. ມາ​ຣຽມ​ ກໍຕັ້ງທ້ອງລູກ​​ຝາ​ແຝດຄັ້ງທຳອິດ

ຫຼັງ​ຈາກ​ນາງທ້ອງ​ລູກ​ເທື່ອທຳອິດ ມາ​ຣຽມ​ ກໍ​ເດິນທາງ​ໄປ​ພົບ​ແພດ​ເພື່ອ​ກວດ​ຮ່າງກາຍ ແລະ​ ໃນ​ຕອນ​ນັ້ນ​ ແພດ​ບອກ​ ວ່າມ​ົດ​ລູກ​ຂອງ​ນາງ​ມີ​ຂະໜາດ​ໃຫຍ່​ຫລາຍ , ທ່ານຫມໍຈື່ງໄດ້ກວດການຕັ້ງທ້ອງຂອງນາງພົບວ່າມີລູກແຝດ 3 ຄົນ

ພ້ອມ​ກັບ​ເຕືອນ​ວ່າ​ການ​ກິນ​ຢາ​​ຄຸມກຳ​ເນີດ​ສາມາດ​ສົ່ງ​ຜົນກະ​ທົບ​ຢ່າງ​ຫລາຍ​ຕໍ່​ຮ່າງ​ກາຍ​ຂອງ​ນາງ, ທ່ານຫມໍຈື່ງໄດ້ແຕ່ວາງຢາກິນເພື່ອສຸຂະພາບເທົ່ານັ້ນເມື່ອຄົບກຳນົດຕາມຫມໍນັດເກີດ , ນາງກໍ່ເກີດໄດ້ຢ່າງງ່າຍດາຍ ແລະ ລູກແຝດຂອງນາງເກີດມາປອດໄພດີ

ມາ​ຣຽມ​​ຕັ້ງ​ທ້ອງ ເປັນ​ລູກ​ແຝດ​ທັງ​ໝົດ 15 ເທື່ອ ຈົນທ່ານຫມໍ ແລະ ຄົນອ້ອມຂ້າງໄດ້ແຕ່ວ່າ ເຫລື່ອເຊື່ອ ແຕ່ຕ້ອງໄດ້ເຊື່ອ. ມາຣຽມຕັ້ງທ້ອງ ຫລືຖືພາ ເປັນ​ແຝດ​ສອງ 6 ເທື່ອ, ແຝດ​ສາມ 4 ເທື່ອ ແລະ ​ຕັ້ງ​ທ້ອງແຝດ​ ສີ່​ ອີກ 5 ເທື່ອ. ນາງມີ​ລູກ​ທັງ​ໝົດ 44 ຄົນ, ເສຍຊີວິດໄປແລ້ວ 6 ຄົນ. ​ປະຈຸບັນມີ 38 ຄົນ.

ການ​ມີ​ລູກ​ຈຳນວນ​ຫລາຍ​ເຖິງ 44 ຄົນ ໄດ້​ສົ່ງ​ຜົນກະທົບ​ຕໍ່​ຊີ​ວິດ​ຂອງ​ມາ​ຣຽມ​ເປັນ​ຢ່າງ​ຢິ່ງ ທ່ານຫມໍຈື່ງໄດ້ຜ່າຕັດເຮັດຫມັ້ນໃຫ້ນາງເພື່ອບໍ່ໃຫ້ນາງມີລູດອີກ ແລະ ​ທີ່​ຮ້າຍ​່​ໄປ​ກວ່າ​ນັ້ນ​ກໍ​ຄື ຜົວ​ຂອງ​ນາງ​ແທບ​ບໍ່​ເຄີຍ​ດູແລຄອບຄົວເລີຍ.

ລ່າ​ສຸດ ຜົວຂອງມາຣຽມ​ກໍ​ໄດ້​ ຖີ້ມ ​ມາ​ຣຽມ​ ແລະ ລູກ 38 ຄົນ ໄປ ແລະ​ ບໍ່​ກັບ​ມາ​ອີກ ປ່ອຍ​ໃຫ້​ນາງ​ລ້ຽງ​ດູ​ລູກ​ທັງ​ໝົດ​ຕາມ​ລຳ​ພ​ັງ ໂດຍ​ທັງ 39 ຊີ​ວິດ​ອາໄສ​ຢູ່​ນຳກັນ ກະ​ຈາຍ​ກັນ​ນອນ​ໃນ​ບ້ານ​​ນ້ອຍໆ 4 ຫຼັງ ດ້ວຍ​ຄວາມ​ທີ່ສະ​ຖາ​ນະ​ຄອບຄົວ​ລຳ​ບາ​​ກ​ຫລາຍ

,,

ມາ​ຣຽມ​ຈຶ່ງ​ຕ້ອງ​ເຮັດ​ທຸກ​ຢ່າງ​ເທົ່າ​ທີ່​ສອງ​ມື​ຂອງ​ນາງ​ເຮັດ​ໄດ້ ເພື່ອ​ຫາ​ເ​ງິນລ້ຽງ​ປາກ​ທ​້oງ​ຂອງ​ຄອບຄົວ ເ​ງິນທີ່​ໄດ້​ມາ​ທັງ​ໝົດ​ກໍ​ຕ້ອງ​ແບ່ງ​​ປັນ​ສ່ວນ​ໃຊ້ເຊັ່ນ: ຄ່າ​ອາຫານ ຄ່າsັກ​ສາ​ພະ​ຍາ​​ບານ ຄ່າ​ເສື້ອ​ຜ້າ, ​ທັງ​ຄ່າ​ເທີ​ມ​ຂອງ​ລູກ . ແຕ່ເຮັດແນວໃດເງີນກໍ​ບໍ່​ພໍໃຊ້

ຢ່າງໃດ​ກໍ​ຕາມ ໂຊກ​ດີ​ຂອງ​ມາ​ຣຽມ​ທີ່​ລູກໆຫຼາຍ​ຄົນ​ຂອງ​ນາງ​ເປັນ​ເ​ດ​ັກ​ດີ ທັງ​ຊ່ວຍ​ເຮັດວຽກ​ບ້ານ ຊ່ວຍ​ຫາ​ເ​ງິນ ແລະ​ຄົົນທີ່​ໃຫຍ່​ແລ້ວ​ກໍ​ຊ່ວຍ​ເບິ່ງ​ແຍງ​ນ້ອງໆ ເຖິງວ່າ ລູກ​ຊາຍ​ຄົນ​ໃຫຍ່ ໄວ 23 ປີ ຈະ​ຕ້ອງ​ລ​​າອອກຈາກ​ໂຮງຮຽນ​​ເພາະ​ຄອບຄົວ​ບໍ່​ມີ​ເ​ງິນສົ່ງ

ແຕ່​ນ້ອງໆ ຂອງ​ທ່ານ​ກໍ​ຕັ້ງ​ໃຈ​ຮຽນ ບາງ​ຄົນ​ຕັ້ງ​ໃຈ​ຮຽນ​ຫລາຍ ຈົບ​ການສຶກສາ​ດ້ວຍ​ຜົນ​ການ​ຮຽນ​ທີ່​ດີ​ແລະ​ໄດ້​ຫລຽນ​ທອງ​ເປັນ​ກຽດ ມາ​ຣຽມ​ກໍ​ແຂວນ​ພາບ​ແຫ່ງ​ຄວາມ​ພາກ​ພູູມໃຈ​ນັ້ນ​ໄວ້​ກາງ​ຝາ​ບ້ານ​ນ້ອຍໆ ຂອງ​ນາງ

ເມື່ອແອັດມິນເຟສບຸກເພຈ: NN News ຂອງພວກເຮົາຄົ້ນເຫັນເລື່ອງຣາວຂອງມາຣຽມ ເຫັນວ່າເປັນເລື່ອງຣາວທີ່ດີແລະເປັນຈິງ ທັງແອັດພວກເຮົາຈື່ງໄດ້ສະຫລະເວລາແປໃຫ້ທຸກຄົນໄດ້ອ່ານຮູ້, ແລະ ແອັດແນ່ໃຈວ່າການແປຄັ້ງນີ້ແມ່ນປາດສະຈາກບໍ່ໄດ້ໃນຄວາມຜິດພາດ, ສະນັ້ນ ຈື່ງຮຽກມາຍັງຜູ້ໄດ້ອ່ານທັງຫລາຍ ຈົ່ງຕຳນິຕິຊົມມາເພື່ອການປັບປຸງໃຫ້ເລື່ອງຂອງມາຣຽມນີ້ຊັດເຈນຂື້ນກວ່າເກົ່າ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button