ແຈ້ງການກ່ຽວກັບການເພີ່ມຖ້ຽວລົດໄຟຜູ້ໂດຍສານ .. ລາຍລະອຽດມີດັ່ງນີ້:

ແຈ້ງການກ່ຽວກັບການເພີ່ມຖ້ຽວລົດໄຟຜູ້ໂດຍສານໃນວັນທີ 12-14 ສິງຫາ

ເຖິງຜູ້ໂດຍສານທີ່ຮັກແພງທຸກທ່ານ: ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ,

ພວກເຮົາຈິ່ງໄດ້ຄົ້ນຄວ້າເພີ່ມຂະບວນລົດໄຟຂົນສົ່ງໂດຍສານ EMU ຖ້ຽວ C86/5 ແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີເມືອງໄຊ ໄປ-ກັບ 1 ຄູ່ ແລະ ລົດໄຟ EMU ຖ້ຽວ C92/1 ແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ

ສະຖານີຫຼວງພະບາງ ໄປ-ກັບ 1 ຄູ່ ໃນລະຫວ່າງວັນທີ 12-14 ສິງຫາ 2022, ລາຍລະອຽດມີດັ່ງນີ້:

– ລົດໄຟ EMU ຖ້ຽວ C92 ອອກຈາກສະຖານີນະຄອນຫຼວງວຽງຈັນ ເວລາ 9:20 ແລະ ຮອດສະຖານີຫຼວງພະບາງ ເວລາ 11:13; ລົດໄຟຖ້ຽວ C91 ອອກຈາກຫຼວງພະບາງ ເວລາ 11:40 ແລະ ຮອດສະຖານີນະຄອນຫຼວງວຽງຈັນເວລາ 13:33.

– ລົດໄຟ EMU ຖ້ຽວ C86 ອອກຈາກສະຖານີນະຄອນຫຼວງວຽງຈັນ ເວລາ 10:10 ແລະ ຮອດສະຖານີເມືອງໄຊ ເວລາ 13:45; ລົດໄຟຖ້ຽວ C85 ອອກຈາກສະຖານີເມືອງໄຊ ເວລາ 14:25 ແລະ ຮອດສະຖານີນະຄອນຫຼວງວຽງຈັນເວລາ 17:48.

Leave a Reply

Your email address will not be published. Required fields are marked *

Back to top button