ຂໍອອກມາຊີ້ເເຈງດ້ວຍຄວາມຈິງໃຈຕໍ່ກັບເຫດການທີ່ເກີດຂື້ນຂ້າພະເຈົ້າຂໍໂທດຕໍ່ສັງຄົມ

ຂ້າພະເຈົ້າຂໍອອກມາຊີ້ເເຈງດ້ວຍຄວາມຈິງໃຈຕໍ່ກັບເຫດການທີ່ເກີດຂື້ນຂ້າພະເຈົ້າຂໍໂທດຕໍ່ສັງຄົມ

.

ທີ່ກະທຳແບບນັ້ນໄປຍ້ອນອາລົມຮ້ອນ ບໍ່ໄດ້ເຈດຕະນາທີ່ຈະໂຍນເມຍຂ້າພະເຈົ້າເເບບໃນຄິບຂ້າພະເຈົ້າບໍ່ໄດ້ທຳຮ້າຍຮ່າງກາຍເມຍຈັກໜ້ອຍເລີຍ ພຽງພະຍາຍາມດຶງເພີ່ນອອກຈາກຈຸດເກີດເຫດເພາະເພີ່ນຖືພາທ້ອງໃຫ່ຍເເລ້ວ

ເດືອນໜ້າເພີ່ນກຽມຄອດ ເເລະ ອາລົມຂອງເມຍຕອນນັ້ນກໍໃຈຮ້ອນ

– ທຸກຢ່າງທີ່ເກີດຂື້ນມັນເປັນບັນຫາທາງຄອບຄົວທີ່ເຂົ້າໃຈຜິດກັນ ແລະ ເກີດມີຄິບຫຼູດເເບບບໍ່ໄດ້ຕັ້ງໃຈ

– ອາການຂອງເມຍແມ່ນປອດໄພເເລ້ວ ແລະ ລູກໃນທ້ອງແມ່ນປອດໄພສຸຂະພາບເເຂງເເຮງດີ

– ຢາກໃຫ້ສັງຄົມແບ່ງແຍກເລື່ອງນິໃຫ້ຖືກ ມັນບໍ່ໄດ້ກ່ຽວຂ້ອງກັບກູ້ໄພຊ່ວຍເຫຼືອສັງຄົມທຸກໜ່ວຍງານ ເເລະ ມັນເປັນເລື່ອງສ່ວນບຸກຄົນ

ຂ້າພະເຈົ້າບໍ່ໄດ້ເຈດຕະນາໃຫ້ເກີດເລື່ອງແບບນີ້ຂື້ນ ຕ້ອງຂໍໂທດຂໍອາໄພຕໍ່ກັບເຫດການທີ່ເກີດຂື້ນ ຂ້າພະເຈົ້າຈະລະວັງລະບໍ່ໃຫ້ມີເຫດການແບບນີ້ຂື້ນອີກ

ຂ້າພະເຈົ້າຂໍຮັບຜິດຜູ້ດຽວ ຢ່າເອົາທີມງານອາສາຂອງຂ້າພະເຈົ້າມາກ່ຽວຂ້ອງເລີຍເເລະ ທີ່ຜ່ານມາໜ່ວຍງານເຮົາໄດ້ຊ່ວຍເຫືອສັງຄົມໂດຍບໍ່ຫວັງຜົນຕອບເເທນ

– ໃນຫຼາຍມື້ຜ່ານມາຂ້າພະເຈົ້າບໍ່ໄດ້ອອກຊີ້ເເຈງກັບບັນຫາທີ່ເກີດຂື້ນ ເນື່ອງຈາກມີເຫດການຫຼາຍໆຢ່າງເກີດຂື້ນກັບຂ້າພະເຈົ້າ ຖືກຂົ່ມຂູ່ຈາກຜູ້ບໍ່ຫວັງດີ.ຖືກໂຈມຕີທາງໂລກອອນລາຍ ເເລະ ໄດ້ມີເພຈຂ່າວ ຫຼາຍໆເຈົ້າໄດ້ຂຽນຂ່າວວ່າລູກຂອງຂ້າພະເຈົ້າຕາຍນັ້ນບໍ່ເເມ່ນຄວາມຈິງຕາມຂ່າວ

ເຮັດໃຫ້ຂ້າພະເຈົ້າເສຍຫາຍ ຕັດອານາຄົດຂ້າພະເຈົ້າທັງເປັນ ຂໍໃຫ້ທຸກຄົນເເລະເພຈທຸກເພຈຊ່ວຍລົບຄິບ ເເລະຢຸດເເຊຂ່າວໂຈມຕີຂ້າພະເຈົ້າດ້ວຍ ບໍ່ຊັ້ນຂ້າພະເຈົ້າຈະຂໍດຳເນີນຄະດີກັບຜູ້ທີ່ໃສ່ຮ້າຍປ້າຍສີຂ້າພະເຈົ້າ ເເລະຂ່າວທີ່ບິດບຽນບໍ່ເເມ່ນຄວາມຈິງ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button