ຈີນລະງັບ ຄວາມຮ່ວມມື ກັບ ສະຫະລັດ ເມກາແລ້ວ
ສຳລັບການເດິນທາງມາຍັງເອເຊຍຂອງ ນາງ ແນນຊີ່ ເພໂລຊີ ໂດຍສະເພາະການເດິນທາງໄປຍັງໄຕ້ຫວັນທ່າມກາງຄຳເຕືອນຂອງຈີນເຊີ່ງຈີນເຕືອນວ່າຢ່າມາແຕ່ທີ່ສຸດແລ້ວນາງກໍເດິນທາງມາເຖິງ
ຊຶ່ງຄວາມຈິງກໍມອງວ່າການເດິນທາງໄປໄຕ້ຫວັນຂອງນາງ ເພໂລຊີ ນັ້ນວ່າເປັນການບໍ່ເຄົາລົບຕໍ່ຫຼັກການຈີນດຽວ, ບໍ່ເຄົາລົບຕໍ່ອຳນາດອະທິປະໄຕຂອງຈີນ
ລ່າສຸດທາງຈີນກໍເລີຍໄດ້ມີການຕອບໂຕ້ໄປທາງສະຫະຣັດ ໂດຍການຄວ່ຳບາດ ຂຶ້ນບັນຊີດຳ ຂອງເພໂລຊີ ແລະ ຄອບຄົວ ຫ້າມເດິນທາງເຂົ້າປະເທດຈີນ
ເນື່ອງມາຈາກວ່າເປັນການກະທຳທີ່ມຸ້ງຮ້າຍແລະຕ້ອງການຈະສ້າງຄວາມບໍ່ພໍໃຈໃຫ້ກັບປະເທດຈີນ, ກະຊວງການຕ່າງປະເທດຈີນຖະແຫລງ ວ່າກ່ອນໜ້ານີ້ປະເທດຈີນໄດ້ມີການສະແດງຄວາມກັງວົນແລະທັກທາຍເລື່ອງນີ້ມາຕັ້ງແຕ່ແຣກແຕ່ປາກົດວ່າເພໂລຊີຍັງຄົງເດິນທາງມາປະເທດໄຕ້ຫວັນ
ຈຶ່ງຖືວ່າເປັນການກ້າວກ່າຍກິດຈະການພາຍໃນຂອງຈີນກະທົບຕໍ່ອຳນາດອະທິປະໄຕ ແລະ ແຫ່ງດິນແດນຂອງຈີນຊຶ່ງຖືວ່າເປັນການສວນທາງກັບນະໂຍບາຍຈີນດຽວ ອີກທັງກະທົບຕໍ່ຄວາມຫມັ້ນຄົງໃນບໍລິເວນຊ່ອງແຄບໄຕ້ຫວັນອີກດ້ວຍ,
ລັດຖະບານຈີນຍັງໄດ້ປະກາດລະະງັບການເຈລະຈາແລະການດຳເນີນຄວາມຊ່ວຍເຫລືອຄວາມຮ່ວມມືກັບສາະຫາະລັດ ໃນຫຼາຍໆດ້ານ, ຢົກຕົວຢ່າງເຊັ່ນການເຈລະຈາເລື່ອງການປ່ຽນແປງສະພາບພູມິອາກາດຫລືວ່າພາວະໂລກຮ້ອນຊຶ່ງເປັນປະເດັນທີ່ມີຄວາມສຳຄັນຢ່າງຢິ່ງ
ແລະ ບໍ່ຮ່ວມມືດ້ານ ຄວາມຊ່ວຍເຫລືອດ້ານການຄວບຄຸມປາບປາມຢາເສບຕິດແລະອາດຊະຍາກອນ ຂ້າມຊາດແລະການສົ່ງຕົວຜູ້ອົບພະຍົກທີ່ຜິດກົດຫມາຍກັບປະເທດ ( ລາຍລະອຍດເພີ່ມ ແມ່ນຊົມຄລີບ )
ຊົມຄລີບ