ຈີນລະງັບ ຄວາມຮ່ວມມື ກັບ ສະຫະລັດ ເມກາແລ້ວ

ສຳລັບ​ການເດິນທາງ​ມາຍັງ​ເອ​ເຊຍ​ຂອງ​ ນາງ​ ແນນ​ຊີ່ ເພໂລຊີ ໂດຍ​ສະເພາະ​ການເດິນທາງ​ໄປ​ຍັງ​ໄຕ້​ຫວັນ​ທ່າມ​ກາງ​ຄຳ​ເຕືອນ​ຂອງ​ຈີນ​​ເຊີ່ງຈີນເຕືອນວ່າ​ຢ່າ​ມາ​ແຕ່​ທີ່ສຸດ​ແລ້ວ​ນາງ​ກໍ​ເດິນທາງ​ມາ​ເຖິງ​

ຊຶ່ງ​ຄວາມ​ຈິງ​ກໍ​ມອງ​​ວ່າ​ການເດິນທາງ​ໄປ​ໄຕ້​ຫວັນຂອງ​ນາງ​ ເພໂລຊີ ນັ້ນ​ວ່າ​ເປັນ​ການ​ບໍ່​ເຄົາລົບ​ຕໍ່​ຫຼັກ​ການ​ຈີນ​ດຽວ, ​ບໍ່​ເຄົາລົບ​ຕໍ່​ອຳນາດ​ອະ​ທິປະໄຕ​ຂອງ​ຈີນ​

ລ່າ​ສຸດ​ທາງ​ຈີນ​ກໍ​ເລີຍ​ໄດ້​ມີ​ການ​ຕອບ​ໂຕ້​ໄປ​ທາງ​ສະ​ຫະຣັດ​ ​ໂດຍ​ການ​ຄວ່ຳ​ບາ​ດ ​ ຂຶ້ນ​ບັນ​ຊີດຳ ຂອງເພໂລຊີ ແລະ ຄອບຄົວ ຫ້າມ​ເດິນທາງ​ເຂົ້າ​ປະເທດ​ຈີນ ​​

​​ເນື່ອງ​ມາ​ຈາກ​ວ່າ​ເປັນ​ການ​ກະທຳ​ທີ່​ມຸ້ງ​ຮ້າຍ​ແລະ​ຕ້ອງ​ການ​ຈະ​ສ້າງ​ຄວາມ​ບໍ່​ພໍ​ໃຈ​ໃຫ້​ກັບ​ປະເທດ​ຈີນ​, ກະ​ຊວງ​ການ​ຕ່າງ​ປະເທດ​ຈີນ​ຖະແຫລງ​ ​ວ່າ​ກ່ອນ​ໜ້າ​ນີ້​ປະເທດ​ຈີນ​ໄດ້​ມີ​ການ​ສະແດງ​ຄວາມ​ກັງ​ວົນ​ແລະ​ທັກ​ທາຍ​ເລື່ອງ​ນີ້​ມາ​ຕັ້ງ​ແຕ່​ແຣກ​ແຕ່​ປາກ​ົດວ່າ​ເພໂລຊີຍັງ​ຄົງ​ເດິນທາງ​ມາປະເທດ​ໄຕ້​ຫວັນ

​ຈຶ່ງ​ຖື​ວ່າ​ເປັນ​ການ​ກ້າວ​ກ່າຍ​ກິດຈະການ​ພາຍ​ໃນ​ຂອງ​ຈີນ​ກະທົບ​ຕໍ່​ອຳນາດ​ອະ​ທິປະໄຕ ແລະ​ ​ແຫ່ງ​ດິນແດນ​ຂອງ​ຈີນ​ຊຶ່ງ​ຖື​ວ່າ​ເປັນ​ການ​ສວນ​ທາງ​​ກັບ​ນະໂຍບາຍ​ຈີນ​ດຽວ​ ອີກ​ທັງ​ກະທົບ​ຕໍ່​ຄວາມຫມັ້ນຄົງ​ໃນ​ບໍລິເວນ​ຊ່ອງ​ແຄບ​ໄຕ້​ຫວັນ​ອີກ​ດ້ວຍ,

ລັດຖະບານ​ຈີນ​ຍັງໄດ້​ປະ​ກາ​ດລະະ​ງັບ​ການ​ເຈລະຈາ​ແລະ​ການ​ດຳ​ເນີນ​ຄວາມ​ຊ່ວຍ​ເຫລືອ​ຄວາມ​ຮ່ວມ​ມື​ກັບ​ສາະຫາະລັດ ​ໃນ​ຫຼາຍ​ໆ​ດ້ານ​, ຢົກ​ຕົວ​ຢ່າງ​ເຊັ່ນ​ການ​ເຈລະ​ຈາ​ເລື່ອງ​ການ​ປ່ຽນ​ແປງ​ສະພາບ​ພູ​ມິ​ອາ​ກາດ​ຫລື​ວ່າ​ພາ​ວະ​ໂລກ​ຮ້ອນ​ຊຶ່ງ​ເປັນ​ປະ​ເດັນ​ທີ່​ມີ​ຄວາມ​ສຳຄັນ​ຢ່າງ​ຢິ່ງ​​

ແລະ ບໍ່ຮ່ວມມືດ້ານ ຄວາມ​ຊ່ວຍ​ເຫລືອ​ດ້ານ​ການ​ຄວບ​ຄຸມ​ປາບ​ປາມ​ຢາ​ເສບ​ຕິດ​ແລະ​ອາດຊະຍາກອນ​ ​ຂ້າມ​ຊາດ​ແລະ​ການ​ສົ່ງຕົວ​ຜູ້​ອົບ​ພະຍົກທີ່​ຜິດ​ກົດຫມາຍ​ກັບ​ປະເທດ ( ລາຍລະອຍດເພີ່ມ ແມ່ນຊົມຄລີບ )

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button