ສະພາບອາກາດຂອແຕ່ລະແຂວງ ໃນໄລຍະວັນທີ 01 ຫາ 07 ສິງຫາ 2022.

ຄາດຄະເນສະພາບອາກາດ ໃນໄລຍະວັນທີ 01 ຫາ 07 ສິງຫາ 2022. ໃນໄລຍະວັນທີ 01 ຫາ 02 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍາຈະພາດຜ່ານຢູ່ແຂວງພາກເຫນືອ ແລະ ພາກກາງຂອງປະເທດລາວ ສົມທົບກັບລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ,

ຊື່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນ ຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ.

ຈາກນັ້ນໃນວັນທີ 03 ຫາ 07 ສິງຫາ 2022 ລົມມໍ ລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ້ມຂື້ນພັດປົກຄຸມເປັນສ່ວນໃຫ່ຍ,

ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າ ເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເຫນືອດ້ານຕາເວັນອອກ: ໃນໄລຍະຕົ້ນອາທິດ ແຕ່ວັນທີ 01 ຫາ 02 ສິງຫາ 2002 ອາກາດຈະຮ້ອນ ແລະ ຈະມີຝົນ ຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ.

ຈາກນັ້ນໃນໄລຍະກາງ ຫາ ທ້າຍອາທິດ ແຕ່ວັນທີ 03 ຫາ 07 ສິງຫາ 2039 ຈະມີຝົນຕົກຫຼາຍເພີ່ມຂຶ້ນໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຫນັກ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 17 – 22 ອົງສາ ແລະ ສູງສຸດ 20 – 36 ອົງສາ

ພາກກາງ: ໃນໄລຍະວັນທີ 01 ຫາ 02 ສິງຫາ 2022 ອາກາດຈະຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບ ຄ່ອຍຢູ່ທົ່ວໄປ. ຈາກນັ້ນ ວັນທີ 03 ຫາ 07 ສິງຫາ 2022 ຈະມີຝົນຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ອຸນຫະພູມຕ່ໍາສຸດ 22 – 27 ອົງສາ ແລະ ສູງສຸດ 30 – 36, ສໍາລັບ ແຂວງ ໄຊສົມບູນ: ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດ ແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 16 – 19 ອົງສາ ແລະ ສູງສຸດ 27 – 29 ອົງສາ

ພາກໃຕ້: ໃນໄລຍະວັນທີ 01 ຫາ 07 ສິງຫາ 2022 ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 24 – 27 ອົງສາ ແລະ ສູງສຸດ 34 – 36 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າ ຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 28- 30 ອົງສາ

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ່ 01 ຫາ 07 ສິງຫາ 2022 ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາປານ ກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 25 – 27 ອົງສາ ແລະ ສູງສຸດ 34 -36 ອົງສາ

,,

,,

,,

Leave a Reply

Your email address will not be published. Required fields are marked *

Back to top button