ສປປ ລາວໄດ້ມອບ ຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ຄະນະຊ່ຽວຊານ ຣັດເຊຍ

ສປປ ລາວໄດ້ມອບ ຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ຄະນະຊ່ຽວຊານ ຣັດເຊຍ ຈຳນວນ 28 ສະຫາຍ ຫຼັງຈາກ ສຳເລັດການຮ່ວມມືວຽກງານ ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ

ພິທີປະກາດຜົນສຳເລັດການຮ່ວມມືວຽກ ງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລະຫວ່າງກອງທັບປະຊາຊົນລາວ ແລະ ກະຊວງປ້ອງກັນປະເທດແຫ່ງ ສ.ຣັດເຊຍໄດ້ຈັດຂຶ້ນ ໃນວັນທີ 27 ມີນາ 2022 ນີ້,

ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີກະຊວງປ້ອງກັນ ປະເທດ, ມີ ສະຫາຍ ກາລີນິນ ວະລາດີເມຍ ເອກອັກຄະລັດ ຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຣັດເຊຍ ປະຈຳ ສປປ ລາວ, ຄະນະນຳຈາກກະຊວງປ້ອງກັນປະເທດ,

ທີ່ປຶກສາທູດຝ່າຍປ້ອງກັນ ຊາດແຫ່ງ ສ.ຣັດເຊຍປະຈຳ ສປປ ລາວ, ຄະນະນຳແຂວງ ຄຳມ່ວນ, ຊຽງຂວາງ, ບໍລິຄຳໄຊ ແລະ ເມືອງ ນາກາຍ, ພ້ອມດ້ວຍແຂກ ຖືກເຊີນ ຈາກສູນກາງ ແລະ ທ້ອງ ຖິ່ນເຂົ້າຮ່ວມ.
.
ໃນໂອກາດນີ້, ຄະນະນຳທັງ ສອງຝ່າຍ ລາວ-ຣັດເຊຍໄດ້ໄປສະໜາມທຳລາຍລະເບີດ ແລະ ສະໜາມກວດກູ້ລະເບີດ ເພື່ອຮັບຟັງ ການລາຍງານຈາກຄະນະກວດກູ້ ແລະທຳລາຍລະເບີດຂອງ ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ.
.
ຈາກນັ້ນ, ໃນພິທີ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວຫນ້າກົມໃຫຍ່ ເສນາທິການກອງທັບ ຄະນະຊີ້ນຳ ການຮ່ວມມືກວດກູ້ ແລະ ທຳລາຍ ລະເບີດບໍ່ທັນແຕກ ໄດ້ລາຍງານ ໃຫ້ຮູ້ວ່າ: ຂອບເຂດພື້ນທີ່ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກທີ່ສອງກໍາລັງກະຊວງປ້ອງກັນ

ປະເທດລາວ-ຣັດເຊຍ ປະຕິບັດໃນ ໄລຍະຜ່ານມາແມ່ນນອນຢູ່ໃນ ແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດຖະບານ70% ໃນ ນັ້ນເປັນກຳມະສິດນຳໃຊ້ທີ່ດິນ ຂອງປະຊາຊົນ ເຊິ່ງມີເປົ້າໝາຍ ນໍາໃຊ້ເຂົ້າໃນການຜະລິດກະ ສິກຳ, ປຸກສ້າງບ້ານເຮືອນ, ໂຮງຮຽນ, ໂຮງໝໍ ແລະ ກໍ່ສ້າງພື້ນ ຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມ ເຊິ່ງເນື້ອທີ່ທັງໝົດນັ້ນ ແມ່ນມາ ຈາກຜົນກະທົບຈາກ ສົງຄາມເຊິ່ງມີລະເບີດບໍ່ທັນແຕກ ຕົກຄ້າງ, ມີສະເກັດລະເບີດເປັນ ຈຳນວນຫຼວງຫຼາຍ ຈຶ່ງຈຳເປັນ ຕ້ອງໄດ້ ດຳເນີນການກວດກູ້ ແລະ ທຳລາຍ ລະເບີດກ່ອນການນໍາໃຊ້ ເຊິ່ງ ໃນໄລຍະ 4 ປີຜ່ານມາກະຊວງ ປ້ອງກັນປະເທດແຫ່ງ ສ.ຣັດເຊຍ ໄດ້ຈັດຕັ້ງຊ່ຽວຊານ ແລະ ພະນັກງານ,

ວິຊາການນຳເອົາ ເຄື່ອງຈັກກວດກູ້ລະເບີດ ແລະ ອຸປະກອນທໍາລາຍລະເບີດມາ ຊ່ວຍເຫຼືອ ສປປ ລາວ ດັ່ງນັ້ນຈຶ່ງ ໄດ້ດຳເນີນການກວດກູ້ລະ ເບີດອອກຈາກພື້ນທີ່ທີ່ໄດ້ຮັບຜົນກະທົບໃນ3 ແຂວງ (ຄຳມ່ວນ, ຊຽງ ຂວາງ , ບໍລິຄຳໄຊ) ເວົ້າລວມ ເວົ້າສະເພາະ ເມືອງ ນາກາຍ ແຂວງ ຄຳມ່ວນ ສາມາດກວດກູ້ລະເບີດບໍ່ທັນແຕກຢູ່ສະໜາມ ເທດສະບານເມືອງນາກາຍໄດ້ 25 ເຮັກຕາ,

ທໍາລາຍລະເບີດໄດ້ ທັງໝົດ 91 ໜ່ວຍ ໃນນີ້ລະເບີດ ບົ່ມບີ້ 51 ໜ່ວຍ, ໂບມ 500 ປອນ 1 ໜ່ວຍ, ສະເກັດລະເບີດຕ່າງໆ 4.190 ສິ້ນສ່ວນ, ໂລຫະຕ່າງໆ 1.402 ສິ້ນສ່ວນໃນໄລຍະ 4 ປີ ຜ່ານມາ ສອງກະຊວງປ້ອງກັນ ປະເທດລາວ-ຣັດເຊຍ ໄດ້ຮ່ວມ ມືກັນກວດກູ້ລະເບີດ ແລະ ທຳລາຍລະເບີດອອກຈາກພື້ນທີ່ທຳການຜະລິດ ແລະ ພື້ນທີ່ປຸກສ້າງ ຕ່າງໆຈາກ 3 ແຂວງໄດ້ທັງໝົດ 142 ເຮັກຕາ, ກວດກູ້ ແລະ ທຳລາຍລະເບີດທັງໝົດ 2.314 ໜ່ວຍ, ບົ່ມບີ້ 490 ໜ່ວຍ, ບົ່ມ ໃຫຍ່ 3 ໜ່ວຍ ແລະ ລະເບີດ ບໍ່ທັນ ແຕກຊະນິດຕ່າງໆໄດ້ 1.821 ໜ່ວຍ.
.
ພ້ອມນີ້ ສະຫາຍ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງ ການຄະນະກຳມະການຄຸ້ມ ຄອງ ແຫ່ງຊາດເພື່ອການແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຂຶ້ນກ່າວມອບພື້ນ ທີ່ກວດກູ້ລະເບີດໃຫ້ເຈົ້າເມືອງ ເມືອງ ນາກາຍ ໃນເນື້ອທີ່ 23,76 ເຮັກຕາ ເພື່ອນຳໃຊ້ພື້ນທີ່ດັ່ງກ່າວ ເຂົ້າໃນການດຳລົງຊີວິດໃຫ້ມີ ຄວາມປອດໄພຈາກລະເບີດທີ່ບໍ່ ທັນແຕກ ເຊິ່ງຂຶ້ນກ່າວຮັບໂດຍ ສະຫາຍ ນາງ ບົວກາ ແກ້ວມະ ນີ ເຈົ້າເມືອງເມືອງນາກາຍ ແຂວງ ຄຳມ່ວນ.

ຈາກນັ້ນກໍໄດ້ມີພິທີມອບ ຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ຄະນະຊ່ຽວຊານ ຣັດເຊຍ ຈຳນວນ 28 ສະຫາຍ, ມອບ ຫຼຽນກາມິດຕະ ພາບກອງທັບປະຊາຊົນລາວຈຳນວນ 7 ສະຫາຍ, ມອບຫຼຽນກາມິດຕະພາບແຫ່ງສ.ຣັດເຊຍ ໃຫ້ພະນັກງານ-ນັກ ຮົບ ກອງທັບປະຊາຊົນລາວຈຳນວນ 24 ສະຫາຍ.

ໂອກາດດັ່ງກ່າວ, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໜ່ວຍງານສູນກວດກູ້ມິນສາກົນແຫ່ງສ.ຣັດເຊຍ ພ້ອມດ້ວຍ ນາຍ ແລະ ພົນທະຫານ ກອງທັບ ຣັດເຊຍ ທີ່ມາປະຕິບັດໜ້າທີ່ສາ ກົນຢູ່ລາວ ໃນການຮ່ວມມືແກ້

ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງແຕ່ປາງສົງຄາມ ການ ຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກເພື່ອມະນຸດສະ ທຳລະຫວ່າງກະຊວງປ້ອງກັນປະເທດກອງທັບປະຊາຊົນລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ໃນຄັ້ງນີ້ເປັນ ການປະກອບສ່ວນອັນໃຫຍ່ຫຼວງ

ສະແດງເຖິງຄວາມເປັນຫ່ວງ ເປັນໄຍຕໍ່ຊີວີດ, ຊັບສິນຂອງປະ ຊາຊົນລາວບັນດາເຜົ່າໃຫ້ຫຼຸດພົ້ນ ຄວາມສ່ຽງອັນຕະ ລາຍຈາກບັນ ຫາລະເບີດບໍ່ທັນແຕກ, ສະນັ້ນຈົ່ງ ຮ່ວມມືກັນແກ້ໄຂບັນຫາລະເບີດ ທີ່ບໍ່ທັນແຕກໃຫ້ນັບມື້ໝົດໄປ ບົນ ຈິດໃຈການເສີມຂະຫຍາຍຄວາມ ສາມັກຄີຮັກແພງທີ່ເປັນມູນເຊື້ອ, ການພົວພັນຮ່ວມມືຍຸດທະສາດ ຮອບດ້ານໃຫ້ເຂົ້າສູ່ລວງເລິກເວົ້າ ລວມເວົ້າສະເພາະສອງກຳລັງ ປະກອບອາວຸດລາວ-ຣັດເຊຍ ໃຫ້ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ທີ່ມາ: ກອງທັບປະຊາຊົນລາວ

Leave a Reply

Your email address will not be published. Required fields are marked *

Back to top button