ພໍ່ຕູ້ຢູ່ຄົນດຽວ! ຢາກໄດ້ລໍ້ມາໃຊ້ ເພາະຍ່າງບໍ່ໄດ້ ຈື່ງຂໍຊ່ວຍເຫລືອແນ່
ສະບາຍດີ fc ທຸກຄົນ. ປາ ຢາກໄດ້ລໍ້ໃຫ້ພໍ່ຕູ້ ເພິ່ນເຖົ້າ ແລະ ພິການແຂນ ຮູ້ສຶກວ່າເພິ່ນລຳບາກຫລາຍ ເພິ່ນຢູ່ຕູບນ້ອຍຄົນດຽວ ເພິ່ນມີອາຍຸໄດ້ 60 ປາຍປີ ເກືອບ70ແລ້ວ
,,
ເພິ່ນເປັນຕາອີຕົນຫລາຍ ເພິ່ນຢູ່ແຕ່ໃນຕູບ ຄັນມີລໍ້ໃຫ້ເພິ່ນ ເພິ່ນຄືຊິໄດ້ອອກມານັ່ງຢູ່ນອກ. ປາຢາກຂໍສັງຄົມຊ່ອຍ ຖ້າໃຜມີໃຈສັດທາ ຢາກທຳບູນ ກໍເຊີນເດີ້ ປາ ຊິເປັນສະພານບູນໃຫ້ເພິ່ນ. ປາຂໍຂອບໃຈລ່ວງໜ້າເດີ
ຢາກໄດ້ລໍ້ ແບບນີ້ໃຫ້ພໍ່ຕູ້. ໃຜຮູ້ບອ່ນຂາຍ ແລະລາຄາແດ່ພໍ່ຕູ້ ເພິ່ນພິການແຂນ. ແຮງເພີ່ນລົດນ້ອຍຖອຍລົງທຸກມື້. ຕູບເພີ່ນຕັ້ງຢູ່ເທີງຈອມດອຍ ກາງປ່າຜູ້ດຽວ. ຢາກໄດ້ລໍ້ໃຫ້ເພີ່ນ ພໍເພີ່ນໄດ້ນັ່ງ ກີນລົມ ຊົມວີວ ຟັງສຽງນົກ ສຽງກາຮ້ອງ.
ໃຜຮູ້ບອ່ນຂາຍ ແລະລາຄາ ກະລຸນາ ບອກແດ່ ຫລືໃຜມີອັນເກົ່າ ຢາກ ບໍລິຈາກ. ກະຍີນດີເດີ່. ….ອີ່ຕົນເພີ່ນຫລາຍ ພີ່ນ້ອງເອີຍ ໂຕຄົນດຽວ …ກັບຫມານ້ອຍໂຕນື່ງ ບໍ່ມີທີ່ເພີ່ງ …
ຖ້າທ່ານໃດມີໃຈບຸນຢາກຊ່ວຍພໍ່ຕູເອົາບຸນແມ່ນສາມາດຕິດຕໍ່ໄດ້ໃນ ເຟສບຸກນີ້ເດີ້: Payengxa ແລະ ເຟສບຸກນີ້ : ພົງພັດ ພົມສຸວັນ
,,
ຊົມຄລີບ