ພໍ່ຕູ້ຢູ່ຄົນດຽວ! ຢາກໄດ້ລໍ້ມາໃຊ້ ເພາະຍ່າງບໍ່ໄດ້ ຈື່ງຂໍຊ່ວຍເຫລືອແນ່

ສະບາຍດີ fc ທຸກຄົນ. ປາ ຢາກໄດ້ລໍ້ໃຫ້ພໍ່ຕູ້ ເພິ່ນເຖົ້າ ແລະ​ ພິການແຂນ ຮູ້ສຶກວ່າເພິ່ນລຳບາກຫລາຍ ເພິ່ນຢູ່ຕູບນ້ອຍຄົນດຽວ ເພິ່ນມີອາຍຸໄດ້ 60​ ປາຍປີ ເກືອບ70ແລ້ວ

,,

ເພິ່ນເປັນຕາອີຕົນຫລາຍ ເພິ່ນຢູ່ແຕ່ໃນຕູບ ຄັນມີລໍ້ໃຫ້ເພິ່ນ ເພິ່ນຄືຊິໄດ້ອອກມານັ່ງຢູ່ນອກ.​ ປາຢາກຂໍສັງຄົມຊ່ອຍ ຖ້າໃຜມີໃຈສັດທາ ຢາກທຳບູນ ກໍເຊີນເດີ້ ປາ ຊິເປັນສະພານບູນໃຫ້ເພິ່ນ🙏. ປາຂໍຂອບໃຈລ່ວງໜ້າເດີ

ຢາກໄດ້ລໍ້ ແບບນີ້ໃຫ້ພໍ່ຕູ້. ໃຜຮູ້ບອ່ນຂາຍ ແລະລາຄາແດ່ພໍ່ຕູ້ ເພິ່ນພິການແຂນ. ແຮງເພີ່ນລົດນ້ອຍຖອຍລົງທຸກມື້. ຕູບເພີ່ນຕັ້ງຢູ່ເທີງຈອມດອຍ ກາງປ່າຜູ້ດຽວ. ຢາກໄດ້ລໍ້ໃຫ້ເພີ່ນ ພໍເພີ່ນໄດ້ນັ່ງ ກີນລົມ ຊົມວີວ ຟັງສຽງນົກ ສຽງກາຮ້ອງ.

ໃຜຮູ້ບອ່ນຂາຍ ແລະລາຄາ ກະລຸນາ ບອກແດ່ ຫລືໃຜມີອັນເກົ່າ ຢາກ ບໍລິຈາກ. ກະຍີນດີເດີ່. ….ອີ່ຕົນເພີ່ນຫລາຍ ພີ່ນ້ອງເອີຍ ໂຕຄົນດຽວ …ກັບຫມານ້ອຍໂຕນື່ງ ບໍ່ມີທີ່ເພີ່ງ …

ຖ້າທ່ານໃດມີໃຈບຸນຢາກຊ່ວຍພໍ່ຕູເອົາບຸນແມ່ນສາມາດຕິດຕໍ່ໄດ້ໃນ ເຟສບຸກນີ້ເດີ້: Payengxa ແລະ ເຟສບຸກນີ້ : ພົງພັດ ພົມສຸວັນ

,,

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button