ຫຍ້າຂີວຂົນ ເປັນຢາດີ ກະເພາະລຳໄສ້ອັກເສບ, ອັກເສບຈາກພິດງູກັດ, ຂີ້ແຄັບກັດ, ແມງງອດ

ຫຍ້າຂີວຂົນມີສັບພະຄຸນທີ່ຫລາກຫລາຍເຊັ່ນ: ຮາກ: ຕົ້ມດື່ມແກ້ອາການເຈັບຫົວ, ເປັນຢາແກ້ໄຂ້, ແກ້ໄຂ້ຫວັດຕົວຮ້ອນ, ນຳມາຍ້ຳກີນ ຫຼື ຕົ້ມກິນແກ້ອາການເຈັບທ້ອງ,

ອາຫານເປັນພິດ, ອາຫານບໍ່ຍ່ອຍ, ຮັກສາອາການເຈັບກະເພາະ, ໃຊ້ຕຳພອກ ແລະ ຄັ້ນເອົານ້ຳກິນເປັນຢາແກ້ອາການອັກເສບຈາກພິດງູກັດ, ຂີ້ແຄັບ, ແມງງອດ ຫຼື ແມງໄມ້ກັດ ( ຮາກ, ໃບ) ແລະ ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງກ້ອນນິ້ວ.

..

ຕົ້ນ: ແກ້ຫວັດຕົວຮ້ອນ (ຕົ້ນສົດ 70 ກຼາມຕົ້ມດື່ມ) ແລະ ຮັກສາຝີໜອງພາຍນອກ (ຕຳພອກແຜໂດຍປ່ຽນວັນລະ 1 ຄັ້ງ).ໃບ: ຮັກສາປາກເປັນແຜ, ຮັກສາຕາປາອັກເສບ (ໃບສົດ 120 ກຼາມ ແລະ ກາກຊາ 15 ກຼາມປະສົມກັນແລ້ວຕຳພອກ), ຮັກສາອາການຄໍອັກເສບ (ໃບສົດ 30-60 ກຼາມຄັ້ນເອົານ້ຳປະສົມກັບນ້ຳຕານປິບດື່ມວັນລະ 3 ຄັ້ງ), ຮັກສາແຜຝົກຊ້ຳ, ແຜສົດທີ່ມີເລືອດອອກ,

ຊ່ວຍຫ້າມເລືອດ (ຕຳພອກບໍລິເວນທີ່ເປັນແຜ່), ຮັກສາແຜຊ້ຳເຮື້ອ, ບວມອັກເສບ (ໃບສົດປະສົມກັບເກືອ ແລະ ເຂົ້າມັກຕຳໃຫ້ເຂົ້າກັນພອກບໍລິເວນທີ່ເປັນແຜ), ຄັ້ນນ້ຳດື່ມຊ່ວຍເຮັດໃຫ້ປວດຮາກ, ໃຊ້ຍອດຕາແກ້ເຈັບຕາ, ຮັກສາຫູຊັ້ນກາງອັກເສບ, ເປັນຢາທາພາຍນອກ, ມີສັບພະຄຸນເປັນຢາແກ້ທ້ອງອືດທ້ອງເຟື້ອ, ເປັນຢາແກ້ອາການເຈັບບວມ, ຊ່ວຍບັນເທົາອາການເຈັບຂໍ້ ແລະ ເຈັບກະດູກໂດຍການໃບນຳມາຕຳພອກ.

ທັງຕົ້ນ: ແກ້ອາການເຈັບກະເພາະ, ເຈັບທ້ອງ, ກະເພາະລຳໄສ້ອັກເສບ, ຈຸກສຽດແໜ້ນທ້ອງ (ນຳມາຂົ້ວໃຫ້ເຫຼືອງແລ້ວບົດເປັນຜົງຊົງດື່ມຄັ້ງລະ 1.5-2 ກຼາມ), ມີລົດເຜັດອອກລິດຕໍ່ຕັບ, ປອດ ແລະ ຫົວໃຈ, ເປັນຢາຂັບພິດຮ້ອນ, ຖອນພິດໄຂ້, ຊ່ວຍຂັບສຽມຫະ,

ເປັນຢາແກ້ເຈັບຄໍ, ຄໍອັກເສບເຈັບບວມ, ລະບົບທາງເດີນຫາຍໃຈຕິດເຊື້ອ, ເປັນຢາແກ້ລົມ, ເປັນຢາແກ້ທ້ອງບິດ, ຊ່ວຍຂັບໜິ້ວໃນໝາກໄຂ່ຫຼັງ, ໜິ້ວໃນຖົງປັດສະວະ, ຊ່ວຍແກ້ຊ່ວງທ້ອງທະວານໜັກຍ່ອນ, ເປັນຢາຂັບເລືອດປະຈຳເດືອນຂອງແມ່ຍິງ ແລະ ແກ້ອາການຕົກເລືອດຂອງແມ່ຍິງ.

ຂໍ້ມູນຈາກ: ພາເຂົ້າລາວ

Leave a Reply

Your email address will not be published. Required fields are marked *

Back to top button