ກຽມຮັບມື! ພາຍຸດີເປຼ່ຊັນ Tropical Depression ຈະເຄື່ອນເຂົ້າມາລາວ ໃນວັນທີ 28 ຕຸລາ 2021 ນີ້

ກຽມຮັບມື! ພາຍຸດີເປຼ່ຊັນ Tropical Depression ຈະເຄື່ອນເຂົ້າພາກໃຕ້ ໃນວັນທີ 28 ຕຸລາ 2021 ນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານວ່າ: ພາຍຸດີເປຼ່ຊັນ Tropical Depression ໄດ້ກໍ່ຕົວຢູ່ເຂດທະເລຈີນຕອນລຸ່ມ, ກຳລັງເຄື່ອນທີ່ໃນທິດຕາເວັນຕົກສ່ຽງເໜືອ ຊຶ່ງຄວາມໄວສູງ ສຸດຢູ່ໃກ້ຈຸດສູນກາງ 45 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸຫົວນີ້ ຈະເຄື່ອນທີ່ຂຶ້ນຝັ່ງທາງພາກໃຕ້ຂອງປະເທດຫວຽດນາມ ໃນຕອນເຊົ້າຂອງວັນທີ 27 ຕຸລາ 2021 ແລະ ສືບຕໍ່ເຄື່ອນ ທີ່ຜ່ານພາກເໜືອຂອງປະເທດກໍາປູເຈຍໃຫ້ກັບພາກໃຕ້ຂອງປະເທດລາວ ໃນວັນທີ 28 ຕຸລາ 2021 ນີ້.ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກໃຕ້ ແລະ ພາກກາງໃນ ໄລຍະວັນທີ 26 ຫາ 29 ຕຸລາ 2021.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນປະຊາຊົນຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ ຈະເຮັດໃຫ້ມີ ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຍື່ງ

Leave a Reply

Your email address will not be published. Required fields are marked *

Back to top button