ພາສີ ພສປ ປະຈຳຈຸດປະສານງານນາເລົ່າ ຢຶດລົດ VIGO 2 ຄັນດໍາເນີນຄະດີຕາມລະບຽບກົດໝາຍ

ໃນວັນທີ 21 ມີນາ 2023 ຜ່ານມານີ້ ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເລົ່າ ເມືອງປາກກະດິງ ແຂວງບໍລິຄຳໄຊ,

,

ໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວພົນລະເມືອງດີວ່າມີລົດກະບະ TOYOTA VIGO 4 ປະຕູ, ຈໍານວນ 2 ຄັນ, ບໍ່ໃສ່ປ້າຍທະບຽນແລ່ນຢູ່ເສັ້ນທາງເຂດເມືອງປາກກະດິງ ແຂວງບໍລິຄຳໄຊ.

ຜ່ານການກວດກາສອບຖາມເບື້ອງຕົ້ນເຫັນວ່າ: ເປັນລົດບໍ່ມີເອກະສານຢັ້ງຢືນເສຍພາສີ-ອາກອນ ແລະ ພັນທະອຶ່ນໆ.

ທາງເຈົ້າໜ້າທີ່ພາສີຈຶ່ງໄດ້ນຳເອົາລົດທັງ 2 ຄັນມອບໃຫ້ພາສີປະຈຳແຂວງບໍລິຄຳໄຊ ເພື່ອດຳເນີນຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.

ພະແນກສືບສວນ-ສອບສວນ ເເລະ ປາບປາມການລັກລອບໜີພາສີ (ພສປ) ປະກອບດ້ວຍ 3 ຂະແໜງ ແລະ 14 ຈຸດປະສານງານໃນຂອບເຂດທົ່ວປະເທດ ຂຶ້ນກັບກົມພາສີ ກະຊວງການເງິນ,

 ໂດຍເຄື່ອນໄຫວວຽກງານວິຊາສະເພາະ ຕາມພາລະບົດບາດ, ສິດ, ໜ້າທີ່ຢ່າງເຂັ້ມງວດ.

ທີ່ມາ ກະຊວງການເງິນ

Leave a Reply

Your email address will not be published. Required fields are marked *

Back to top button