ປົວປະດົງ ດ້ວຍໃບໝາກຍົມສົ້ມ ແລະ ໃບໝາກຍໍ

ຫຼາຍຄົນ ອາດຄິດບໍ່ເຖິງວ່າ ສະໝຸນໄພໃກ້ໂຕເຮົາສາມາດປິ່ນປົວພະຍາດຕ່າງໆໄດ້ ແລະ ຊອກຫາໄດ້ງ່າຍ ເປັນຕົ້ນແມ່ນໃບ ໝາກຍົມ ແລະ ໃບໝາກຍໍ ທີ່ມີສັບພະຄຸນເປັນຢາປົວໂຣກປະດົງ.

ທ່ານ ຈັນ ປະຊາຊົນບ້ານ ສະພານທອງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ເຄີຍປ່ວຍເປັນໂຣກປະດົງ, ເຈັບປວດທໍລະມານມາຫຼາຍປີ, ກິນຢາຫຼວງມາຫຼາຍຊະນິດແຕ່ກໍຍັງບໍ່ເຊົາ, ສຸດທ້າຍ ຫາຍດີຍ້ອນ ໃບໝາກຍົມສົ້ມ ແລະ ໃບໝາກຍໍ.

ທ່ານ ຈັນ ເລົ່າວ່າ: ມີມື້ໜຶ່ງ ຕົນເອງໄດ້ໄປຫຼິ້ນບ້ານ ທ່ານ ສິງຄຳ ທີ່ເປັນໝູ່ກັນ ແລະ ໝູ່ໄດ້ເຫັນອາການເຈັບປວດຂອງຕົນເອງ. ສະນັ້ນ ຈຶ່ງໄດ້ບອກສູດຢາປົວປະດົງໃຫ້ ຄື ໃຫ້ເອົາໃບໝາກຍົມສົ້ມ ແລະ ໃບໝາກຍໍ ມາຕົ້ມຂ້ຽວເອົາແຕ່ນຳ້ມາດື່ມ ແລ້ວອາການປວດປະດົງກໍຈະຫາຍໄປ. ເມື່ອກັບມາເຮືອນ, ທ່ານ ຈັນ ໄດ້ບອກໃຫ້ລູກສາວ ຕົ້ມຢາທີ່ໝູ່ແນະນຳສູດງ່າຍໆໃຫ້ ເຊິ່ງຜົນປະກົດວ່າ ຫຼັງຈາກກິນຢາໄດ້ 2-3 ຊຸດ ອາການເຈັບປວດ ຈາກປະດົງ ກໍຄ່ອຍໆເຊົາ; ເມື່ອຕົ້ມກິນເປັນປະຈຳ ອາການກໍຫາຍດີ.

“ຂ້ອຍເຈັບປວດທໍລະມານມາຫຼາຍປີ, ກິນຢາຫຼວງປານໃດ ກໍພໍແຕ່ເຊົາປວດເລັກໜ້ອຍ, ເມື່ອກິນອາຫານຜິດ ອາການປວດກໍເພີ່ມຂຶ້ນ ເຮັດໃຫ້ແຄ່ງຂາບວມ. ເມື່ອກິນຢາສູດທີ່ໝູ່ແນະນຳໃຫ້ ອາການກໍເຊົາເປັນປົກກະຕິ. ປັດຈຸບັນ ຢ່າວ່າແຕ່ກິນສັດປີກ ແລະ ຂອງດອງ ເລີຍ… ເຫຼົ້າເບຍ ຂ້ອຍດື່ມໄດ້ສະບາຍ,” ທ່ານ ຈັນ ກ່າວ.

ແນວໃດກໍດີ, ເຖິງແມ່ນວ່າ ຈະມີຢາດີ ທີ່ສາມາດປິ່ນປົວໃຫ້ເຊົາຂາດ ຈາກການເປັນປະດົງ ໄດ້ກໍຕາມ, ແຕ່ການຂະລຳອາຫານ (ບໍ່ກິນອາຫານຜິດ) ເປັນອີກວິທີໜຶ່ງ ທີ່ຈະເຮັດໃຫ້ພະຍາດທີ່ເຮົາເຄີຍເປັນ ບໍ່ກັບມາເປັນອີກ.

ສຳລັບ ທ່ານ ສິງຄຳ ອາລຸນ, ຈາກບ້ານ ນາໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ເຊິ່ງເປັນຜູ້ທີ່ບອກສູດຢານີ້ ໃຫ້ກັບຫຼາຍໆຄົນ ກ່າວວ່າ: ຕົນເອງບໍ່ແມ່ນໝໍຢາ, ແຕ່ການໄປຕ່າງແຂວງເລື້ອຍໆ ມັກຊອກຫາສິ່ງທີ່ດີໆ ໃຫ້ກັບໂຕເອງ ເຊັ່ນ: ອາຫານການກິນເພື່ອສຸຂະພາບ, ຢາສະໝຸນໄພຕ່າງໆ ທີ່ມີຢູ່ແຕ່ລະທອງຖິ່ນ, ລວມເຖິງສູດຢາປົວປະດົງທີ່ວ່ານີ້ ກໍເອົາມາຈາກຄົນຮັກແພງ ທີ່ບອກຕໍ່ໆກັນ.

ຜ່ານມາ ເພິ່ນໄດ້ບອກສູດຢາປົວປະດົງດັ່ງກ່າວ ໃຫ້ກັບໝູ່ເພື່ອນ ແລະ ພີ່ນ້ອງ ຫຼາຍກວ່າ 50 ຄົນ ເຊິ່ງແຕ່ລະຄົນທີ່ກິນຢາສູດນີ້ ແມ່ນເຊົາເປັນປົກກະຕິ.

ວິທີຕົ້ມຢາ:

ເອົາໃບໝາກຍໍ ແລະ ໃບໝາກຍົມສົ້ມ ຢ່າງລະ 1 ກຳມືໃຫຍ່ ນຳມາລ້າງໃຫ້ສະອາດ, ຈາກນັ້ນ ຕົ້ມໃສ່ນຳ້ 3 ລິດ, ຂ້ຽວໃຫ້ນຳ້ແຫ້ງເຫຼືອປະມານ 1,5 ລິດ ຫຼື ຖ້າຂ້ຽວໄດ້ 1 ລິດຍິ່ງເປັນການດີ, ຕອງເອົາແຕ່ນຳ້ໄວ້ດື່ມກິນ (ຕົ້ມ 1 ຊຸດ ຕໍ່ 1 ມື້).

ວິທີກິນຢາ:

ບໍ່ຄວນກິນຢານີ້ ຕອນທີ່ກຳລັງປວດປະດົງ ເພາະວ່າ ຢາຫຼວງກັບຢາພື້ນເມືອງບາງຊະນິດ ຈະຕ້ານກັນ ເຊິ່ງຈະພາໃຫ້ຢາອອກລິດ ບໍ່ມີປະສິດທິຜົນ. ຄວນກິນຢາຫຼວງ ເພື່ອບັນເທົາອາການປວດລົງກ່ອນ,

ຈາກນັ້ນ ຈຶ່ງຄ່ອຍກິນຢາຕົ້ມໃສ່.

ສຳລັບຜູ້ທີ່ປວດປະດົງແຮງໆ ໃຫ້ຕົ້ມກິນທຸກໆມື້ ແລ້ວອາການເຈັບປວດ ຈະຄ່ອຍໆບັນເທົາລົງ ແລະ ອາດຈະເຊົາຂາດໄດ້ ຖ້າກິນເປັນປະຈຳ.

ຕິດຕໍ່ ທ່ານ ສິງຄຳ ໄດ້ທີ່ເບີ (020) 5561 0562

ຂອບໃຈຂໍ້ມູນຈາກ: Update Laos Magazine

Leave a Reply

Your email address will not be published. Required fields are marked *

Back to top button