ແຊໄວ້ເລີຍ..7 ຢາສະໝຸນໄພພື້ນເມືອງ ແກ້ອາການເຈັບແຂ້ວ

ວິທີແກ້ອາການເຈັບແຂ້ວໃຜວ່າຕ້ອງກິນຢາສະເໝີໄປ ລອງໃຊ້ສະໝູນໄພເຫຼົ່ານີ້ຈະຊ່ວຍບັນເທົາອາການເຈັບປວດ ຮັບຮອງວ່າເຫັນຜົນແນ່ນອນ :

1. ກ້ານພູ ຫຼື ໃບໃນວົງການນະວະຕະກຳ ກ້ານພູຖືເປັນຢາສະໝູນໄພທີ່ຊ່ວຍຮັກສາອາການເຈັບແຂ້ວໄດ້ເປັນຢ່າງດີ ໂດຍສະເພາະນ້ຳມັນຈາກດອກ ແລະ

ກ້ານພູທີ່ມີລິດເປັນຢາມືນຂອງການແພດນຳມາໃຊ້ແທນຢາມີລິດຮຸນແຮງ ປອດໄພກັບຄົນເຈັບອີກດ້ວຍ ແລະຍັງເປັນຢາຂ້າເຊື້ອໃນຊ່ອງປາກ ໄດ້ອີກດ້ວຍ

2. ດອກດາວເຮືອງນຳເອົາດອກແຫ້ງ 7-8 ດອກໄປຕົ້ມກັບນ້ຳໃນປະລິມານທີ່ເໝາະສົມແລ້ວກິນທຸກມື້ກໍສາມາດບັນເທົາອາການເຈັບລົງໄດ້ ໂດຍບໍ່ຕ້ອງເພິ່ງຢາແກ້ປວດອີກຕໍ່ໄປ.

3. ແກ່ນຜັກຫອມປ້ອມໃຊ້ແກ່ນຫອມປ້ອມນຳໄປຕົ້ມແລ້ວນຳມາບ້ວນປາກແທນ ແລະບໍ່ຕ້ອງຢ້ານວ່າຈະໄດ້ຮັບໂຊດ່ຽມຫຼາຍເກີນໄປແຖມຍັງບັນເທົາອາການເຈັບແຂ້ວໄດ້ດີກ່ວານ້ຳເກືອຫຼາຍເທົ່າ

4. ຜັກບົ້ງໂດຍນຳເອົາຮາກຂອງຜັກບົ້ງມາຕຳໃຫ້ມຸ່ນແລ້ວຄັ້ນເອົາແຕ່ນ້ຳ ມາປະສົມກັບນ້ຳສົ້ມສາຍຊູນ້ອຍໜຶ່ງ ແລ້ວນຳມາອົມໄວປະມານ 5 ນາທີແລ້ວບ້ວນອອກຈະຮູ້ສືກໄດ້ເລີຍວ່າອາການເຈັບນັ້ນບັນເທົາລົງ

5. ຫວ້ານຫາງແຂ້ນຳເອົາຫວ້ານຫາງແຂ້ມາລ້າງຢາງອອກໃຫ້ໝົດ ແລ້ວຊອຍເປັນຕ່ອນນ້ອຍໆ ໜີບໄວ້ບໍລິເວນວ່າງແຂ້ວທີ່ເຈັບ ຫຼືຈະນຳສຳລີມາຈຸ່ມນ້ຳວຸ່ນຂອງຫວ້ານຫາງແຂ້ແລ້ວມາທາບໍລິເວນທີ່ເຈັບກໍ່ໄດ້.

6. ນ້ຳກະທຽມນ້ຳກະທຽມສາມາດຊ່ວຍບັນເທົາອາການເຈັບແຂ້ວໄດ້ ພຽງແຕ່ນຳເອົາກະທຽມໄປທຸບ ແລ້ວເອົາສຳລີຈຸ່ມນ້ຳກະທຽມທີ່ຕຳໄວ້ນັ້ນມາທາບໍລິເວນທີ່ເຈັບ ປະໄວ້ຈັກໄລຍະໜຶ່ງອາການເຈັບແຂ້ວກໍ່ຈະຄ່ອຍບັນເທົາລົງ.

7. ໃບຊາໃບຊາມີຄຸນສົມບັດທີ່ບໍ່ຄວນເບີ່ງຂ້າມກໍ່ຄືຊ່ວຍຫຼຸດອາການອັກເສບ, ອາການເຫືອກບວມ ພຽງນຳໃບຊາແຫ້ງໄປແຊ່ໃນນ້ຳຮ້ອນປະມານ 20 ນາທີແລ້ວນຳມາບ້ວນປາກຈະຊ່ວຍໃຫ້ອາການເຈັບແຂ້ວບັນເທົາລົງ ແລະແຕ່ຢ່າລືມບ້ວນນ້ຳສະອາດຕາມຫຼັງ ເພາະຊາເປັນສາເຫດຂອງການເກີດຄາບຫີນປູນໄດ້.

Leave a Reply

Your email address will not be published. Required fields are marked *

Back to top button