ສຸກສັນວັນເກີດ “ປະທານປະເທດແຫ່ງ ສປປລາວ ທອງລຸນ ສີສຸລິດ ຄົບຮອບ 77 ປີ

ສຸກສັນວັນເກີດ “ປະທານປະເທດແຫ່ງ ສປປລາວ ທອງລຸນ ສີສຸລິດ ຄົບຮອບ 76 ປີ, 10 ພະຈິກ 1945-2021.”

(1) ປະຫວັດສ່ວນຕົວ:

1. ວັນເດືອນປີເກີດ: 10 ພະຈິກ 1945,

2. ສະຖານທີ່ເກີດ: ແຂວງຫົວພັນ, ປະເທດລາວ,

3. ສະຖານະພາບ: ສົມລົດກັບ ທ່ານ ນາງ ນາລີ ສີສຸລິດ, ມີບຸດ 03 ຄົນ,

4. ສາສະໜາ: ພຸດ,

5. ຄວາມຮູ້ໃນພາສາຕ່າງປະເທດ: ພາສາລັດເຊັຍ, ພາສາຫວຽດນາມ ແລະ ພາສາອັງກິດ;

(2) ປະຫວັດການສຶກສາ:

1. ໄລຍະ 1962-1969 : ອະນຸປະລິນຍາ, ວິທະຍາໄລສ້າງຄູ ແນວລາວຮັກຊາດ, ແຂວງຫົວພັນ

2. ໄລຍະ 1973-1978 : ປະລິນຍາໂທ ວິຊາ ພາສາສາດ ແລະ ວັນນະຄະດີ, ສະຖາບັນສ້າງຄູ Gerzen, ເມືອງເຊັນປີເຕີສເບີກ, ອະດີດສະຫະພາບໂຊວຽດ,

3. ໄລຍະ 1981-1984 : ປະລິນຍາເອກ ວິຊາ ປະຫວັດສາດການພົວພັນສາກົນ, ສະຖາບັນວິທະຍາສາດສັງຄົມ, ມົດສະກູ, ອະດີດສະຫະພາບໂຊວຽດ;

(3) ປະຫວັດການເຮັດວຽກ:

1. ໄລຍະ 1967-1969 : ພະນັກງານ ກົມສາມັນສຶກສາ, ແນວລາວຮັກຊາດ, ແຂວງຫົວພັນ,

2. ໄລຍະ 1969-1973 : ພະນັກງານ ຫ້ອງການຜູ້ຕາງໜ້າແນວລາວຮັກຊາດປະຈຳ ຮ່າໂນ້ຍ, ສສ. ຫວຽດນາມ,

3. ໄລຍະ 1978-1979 : ອາຈານສອນທີ່ມະຫາວິທະຍາໄລວຽງຈັນ,

4. ໄລຍະ 1979-1981 : ເລຂາລັດຖະມົນຕີວ່າການ ກະຊວງສຶກສາທິການ, ຫົວໜ້າພະແນກ ຮ່ວມມືສາກົນ, ກະຊວງສຶກສາທິການ,

5. ໄລຍະ 1985-1986 : ຫົວໜ້າກົມຄົ້ນຄວ້າ, ສຳນັກງານ ນາຍົກລັດຖະມົນຕີ,

6. ໄລຍະ 1987-1992 : ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ,

7. ໄລຍະ 1993-1996 : ລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,

8. ໄລຍະ 1997-2001 : ສະມາຊິກຄະນະປະຈຳ ສະພາແຫ່ງຊາດ, ປະທານຄະນະ ກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ,

9. ໄລຍະ 2001-2006 : ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຄຸ້ມຄອງການລົງທຶນ, ປະທານຄະນະກຳມະການແຫ່ງຊາດດ້ານພະລັງງານ, ສະມາຊິກສະພາແຫ່ງຊາດ,

10. ໄລຍະ 2006-2016 : ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ,

11. ໄລຍະ 2016-2021 : ນາຍົກລັດຖະມົນຕີແຫ່ງ ສປປລາວ,

12. ໄລຍະ 2021-ປັດຈຸບັນ : ປະທານປະເທດແຫ່ງ ສປປລາວ.

Leave a Reply

Your email address will not be published. Required fields are marked *

Back to top button