ໝາກມີ້ປ່າ ເປັນຢາດີ ປະດົງຂໍ່, ຝີໃນທ້ອງ, ທ້ອງໃຫຍ່, ທ້ອງໃຄ່, ໄຂ່ຫລັງອັກເສບ​

ຮາກ: ຕົ້ມດື່ມເປັນຢາແກ້ເຈັບເສັ້ນ, ແກ້ພິດຮ້ອນໃນ, ແກ້ໄຂ້, ຊ່ວຍຂັບພິດ, ຊ່ວຍບຳລຸງເລືອດ ແລະ ແກ້ການອຸດຕັນຂອງເສັ້ນເລືອດ.

ເປືອກໄມ້: ນຳມາຕົ້ມດື່ມເປັນຢາແກ້ໄຂ້, ຊ່ວຍຂັບພິດ, ຂັບແມ່ທ້ອງ ແລະ ຊ່ວຍຮັກສາແຜ.

..

ແກ່ນຕົ້ນ: ເປັນຢາແກ້ລົມ, ຊ່ວຍຂັບເລືອດ, (ແກ່ນ, ແກນເນື້ອໄມ້, ຝຸ່ນຜົງແຫ້ງຂອງໝາກ), ແກ້ເສັ້ນເອັນອັກເສບ (ແກ່ນ, ແກນເນື້ອໄມ້), ແກ້ອາການອາຫານບໍ່ຍ່ອຍ, ແກ້ອາການຈຸກແໜ້ນ, ແກ້ທ້ອງອືດທ້ອງເຟື້, ຊ່ວຍຂັບລົມ, ພາຍລົມ, ມີສັບພະຄຸນເປັນຢາລະບາຍ, ແກ້ອາການບໍ່ຖ່າຍ.

ຜົງໝາກມີ້ປ່າ: ແກ້ກະໄສລົມ, ລະລາຍເລືອດ, ແກ້ອາການເບື່ອອາຫານ, ແກ້ອາການຂາດນ້ຳ, ແກ້ອາກນທ້ອງອືດ, ອືດທ້ອງ, ຮັກສາຝີໃນທ້ອງ, ຊ່ວຍຂັບປັດສະວະ, (ແກ່ນ, ຝຸ່ນຜົງຂອງໝາກ), ເປັນຢາຖ່າຍພິດ, ພະຍາດເສັ້ນດ້າຍ,

ພະຍາດແມ່ທ້ອງກົມ, ພະຍາດແມ່ທ້ອງຝອຍ (ໃຊ້ຝຸ່ນຜົງຂອງໝາກ 3-5 ກຼາມມາລະລາຍນ້ຳດື່ມກ່ອນອາຫານເຊົ້າ ຫຼັງຈາກນັ້ນໃຫ້ກິນຢາຖ່າຍເຂົ້າໄປ), ແກ້ອາການເຈັບຕາມຕົນຕົວ, ຊ່ວຍແກ້ຜື່ນຄັນ ແລະ ຄາຍເຄືອງ.

ແກ່ນ: ບຳລຸງໝາກໄຂ່ຫຼັງແກ້ເສບ, ຂັບລົມໃນກະເພາະອາຫານ, ແກ້ອາການຈິດໃຈບໍທຸນທ່ຽງ, ໃຈສັ່ນ, ແກ້ອາການນອນບໍ່ຫຼັບ, ເປັນຢາແກ້ໄຂ້ຕ່າໆ, ຊ່ວຍຂັບເສມຫະ, ແກ້ຫອບຫືດ, ແກ້ທ້ອງໃຄ່, ທ້ອງໃຫຍ່, ຊ່ວຍແກ້ນ້ຳຢາງເຫຼືອງອັກເສບ ແລະ ແກ້ອາການປະດົງຂໍທຸກຊະນິດ.

ໃບ: ແກ້ພະຍາດບວມນ້ຳ.

ຢາງ ແລະ ແກ່ນ: ມີສັບພະຄຸນເປັນຢາຖ່າຍ.

ໝາຍເຫດ: ຫ້າມກິນໝາກມີ້ປ່າກັບນ້ຳຮ້ອນເພາະຈະເຮັດໃຫ້ເຈັບທ້ອງ, ຖອກທ້ອງ ຫຼື ເກີດອາການປວດຮາກຢ່າງຮຸນແຮງໄດ້ ຫຼື ບາງຄົນອາດມີອາການແພ້ໄດ້.

ນອກຈາກນີ້ແລ້ວໝາກມີ້ປ່າຍັງສາມາດນຳມາເປັນອາຫານສັດເພື່ອຊ່ວຍເພີ່ມການຂັບນ້ຳນົມຂອງສັດ, ນຳເປືອກມາຕົ້ມກັບນ້ຳຮັກສາສິວ, ຮາກສາມາດນຳມາສະກັດສີຍ້ອມຜ້າໄດ້ໂດຍໃຫ້ສີເຫຼືອງ.

ຂອບໃຈທີ່ມາ: ພາ​ເຂົ້າລາວ

Leave a Reply

Your email address will not be published. Required fields are marked *

Back to top button