ຫຍ້າຄີໄຟ ເປັນຢາດີຫ້າມເລືອດ, ເລືອດດັງອອກ, ຮາກອອກເລືອດ, ຍ່ຽວຍາກ, ອັບເສບຕັບ.

ການນຳໃຊ້: ໃຊ້ໝົດຕົ້ນ, ໃຊ້ສົດ ຫຼື ແຫ້ງກໍ່ໄດ້. ຫຍ້າຄີໄຟນົກຂຸ້ມເປັນຢາຫ້າມເລືອດທີ່ດີ, ເປັນຕົ້ນແມ່ນບັນດາກໍລະນີເລືອດດັງອອກ, ຮາກອອກເລືອດ,

ເປັນຢາແກ້ໄຂ້ຮ້ອນ, ຍ່ຽວຍາກ, ປະສົມກັບຕົ້ນແສດຊົມພູເປັນຢາປົວອັບເສບຕັບ. ມື້ໜຶ່ງກິນ 50 ກຼາມ ໃນແບບຢາຕົ້ມ

ລັກສະນະພືດສາດ:

ຕົ້ນຫຍ້າຄີໄຟນົກຄຸ້ມ ເປັນພືດລົ້ມລຸກ, ແຕ່ມີລຳຕົ້ນແຂງ, ສູງ 20-40 ຊມ. ຕົ້ນແຕກງ່າຫຼາຍຕັ້ງແຕ່ກົກ, ງ່າມີຂົນ.

ໃບກົກມັກຈະປູຢູ່ພື້ນດິນ, ໃບປົ່ງອ້ອມລຳຕົ້ນເປັນຮູບດອກຈັນ, ແຜ່ນໃບຍາວ 6-12 ຊມ , ກວ້າງ 3-5 ຊມ, ທັງ 2 ໜ້າຂອງໃບລ້ວນແຕ່ມີຂົນແຂງ, ສີຂາວຈາງໆ, ໃບທີ່ຢູ່ສ່ວນເທິງນ້ອຍກວ່າໃບຢູ່ກົກ, ແຄມໃບສ້ອຍແຂ້ວເລື່ອຍ.

ຈຸ້ມດອກ ເປັນແບບດອກຕາເວັນ, Compositae, ປະກອບດ້ວຍ 4 ດອກ ສີອິດຈາງໆ, ດອກຢູ່ຍອດ ເປັນຊິມ cyme ດ່ຽວ. ໝາກເປັນຮູບສວຍ. ກີບດອກສີມ່ວງ

Leave a Reply

Your email address will not be published. Required fields are marked *

Back to top button