ເຈັບກະເພາະ​ຕ້ອງອ່ານໃຫ້ຮູ້ ແລະ ແຊເກັບໄວ້ເປັນບົດຮຽນ

ອາການກ່ຽວກັບກະເພາະລຳໄສ້ເຊື່ອວ່າຫຼາຍຄົນອາດຈະພົບ ແລະ ຮູ້ບັນຫານີ້ເຊິ່ງເກີດມາຈາກຫຼາຍສາເຫດເຊັ່ນ ການກິນອາຫານທີ່ບໍ່ຖືກເວລາ,

ກິນອາຫານທີ່ມີລົດຊາດຈັດເກີນໄປ ລວມໄປເຖິງການດື່ມແອວກໍຮໍ ເປັນຕົ້ນ ສະນັ້ນມື້ນີ້ພວກເຮົາຈຶ່ງນຳເອົາວິທີຮັກສາອາການກະເພາະອັກເສບດວຍພືດສະໝຸນໄພພື້ນບ້ານມາຝາກກັນ.

ກ້ວຍນ້ຳ: ເປັນໝາກໄມ້ທີ່ສາມາດຮັກສາພະຍາດພະຍາດກະເພາະ ພຽງແຕ່ນຳເອົາກ້ວຍນໍ້າທີ່ຍັງດິບມາຝານ ເພື່ອໄປຕາກແດດຈົນແຫ້ງແລ້ວຈຶ່ງນຳມາບົດໃຫ້ມຸ່ນລະອຽດ ແລ້ວນຳມາປະສົມກັບນ້ຳດື່ມ ແລະ ນ້ຳເຜິ້ງເພື່ອດື່ມ ຫຼື ຈະນຳກ້ວຍທີ່ບົດມາປະສົມກັບອາຫານກໍໄດ້

ໂດຍຮັບປະທານກ່ອນກິນເຂົ້າ ແລະ ກ່ອນນອນ ຈະສາມາດປ້ອງກັນ ແລະ ຮັກສາບາດແຜທີ່ເກີດໃນກະເພາະອາຫານໄດ້ເປັນຢ່າງດີ ເພາະກ້ວຍນ້ຳດິບຈະມີສານທີ່ສາມາດກະຕຸ້ນເຊວໃນກະເພາະໃຫ້ປ່ອຍສານ ລິວຊິນ ອອກມາເພື່ອເຮັດໜ້າທີ່ເຄືອບກະເພາະອາຫານໄວ້ນັນເອງ.

ຫວ້ານຫາງແຂ້: ເປັນສະໝຸນໄພອີກຊະນິດໜຶ່ງທີ່ມີສັບພະຄຸນໃນການຮັກສາພະຍາດກະເພາະ ຊ່ວຍໃນການຮັກສາບາດແຜ ແລະ ລ້າງພິດໃນກະເພາະອາຫານ

ວິທີນຳໃຊ້ແມ່ນພຽງແຕ່ນຳໃບທີ່ຍັງສົດໃໝ່ແລ້ວລ້າງນ້ຳໃຫ້ສະອາດ ຫຼັງຈາກນັ້ນປອກເປືອກຂອງມັນອອກຈຶ່ງນຳມາລ້າງດ້ວຍນ້ຳສະອາດອີກຄັ້ງ ແລ້ວຊອຍເປັນຕ່ອນນປະມານ 3 ນິ້ວ ໂດຍກິນກ່ອນອາຫານເຊົ້າ ແລະ ອາຫານແລງ.

ຫົວຂີ້ໝີ້ນ: ໃນສະໝຸນໄພຂີ້ໝີ້ນຈະມີສານ ເຄີຄິວມີນອຍ ທີ່ເປັນຕົວປ້ອງກັນການເກີດບາດແຜໃນກະເພາະອາຫານ ແລະ ຊ່ວຍຫຼຸດຜ່ອນການອັກເສບ ທັງເປັນຕົວຊ່ວຍກະຕຸ້ຍການຂັບຖ່າຍນ້ຳໄດ້ດີ ເຮັດໃຫ້ລະບົບການຍ່ອຍອາຫານດີຂຶ້ນ

ນອກຈາກນີ້ສານດັ່ງກ່າວຍັງຊ່ວຍກະຕຸນໃຫ້ຮ່າງກາຍປ່ອຍສານເຄືອບກະເພາະອາຫານຈຶ່ງສາມາດຮັກສາບາດແຜໄດ້ດີໃນກະເພາະອາຫານ

ວິທີນຳໃຊ້ແມ່ນພຽງນຳເອົາຫົວຂີ້ໝີ້ນມາລ້າງໃຫ້ສະອາດໂດຍບໍຕ້ອງເອົາເປືອກອອກແລ້ວນຳມາຊອຍເປັນຕ່ອນບາງໆ ຫຼັງຈາກນັ້ນນຳໄປຕາກແດດ 1-2 ວັນ ແລ້ວນຳມາບົດໃຫ້ມຸ່ນລະອຽດມາປະສົມກັບນ້ຳເຜິ້ງໃຫ້ເປັນກ້ອນແລ້ວນຳມາຮັບປະທານຫຼັງຮັບປະທານອາຫານ ແລະ ກ່ອນນອນ.

ຈອບໃຈທີ່ມາ: phakhaolao.. ຖ້າຢາກຮູ້ຢາດີກະເພາະເພີ່ມ ແມ່ນ ທ່ານສາມາດອ່ານໄດ້ທີ່ນີ້.​ກົດນີ້ເພື່ອອ່ານ

Leave a Reply

Your email address will not be published. Required fields are marked *

Back to top button