ບໍ່ອະນຸຍາດໃຫ້ດໍາເນີນທຸລະກໍາເປັນເງິນຕາຕ່າງປະເທດ

ເມື່ອບໍ່ດົນທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ແຈ້ງການເຖິງຜູ້ອໍານວຍການ ບໍລິສັດເຊົ່າສິນເຊື່ອ ໃນຂອບເຂດທົ່ວປະເທດ ເລື່ອງການບໍ່ອະນຸຍາດໃຫ້ດໍາເນີນທຸລະກໍາເປັນເງິນຕາຕ່າງປະເທດ.

ໂດຍການຄຸ້ມຄອງກວດກາໃນໄລຍະຜ່ານມາ ເຫັນວ່າ ການເຄື່ອນໄຫວທຸລະກໍາຂອງບໍລິສັດເຊົ່າສິນເຊື່ອບາງແຫ່ງ ໄດ້ດໍາເນີນເປັນເງິນຕາຕ່າງປະເທດ ຊຶ່ງບໍ່ສອດຄ່ອງກັບກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຂໍ້ຕົກລົງວ່າດ້ວຍສັນຍາເຊົ່າສິນເຊື່ອ.

ສະນັ້ນ, ກຄສບ ຈຶ່ງແຈ້ງມາຍັງທ່ານ ໃຫ້ເຂັ້ມງວດໃນ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາກ່ຽວຂ້ອງ ໂດຍທຸກການເຄື່ອນໄຫວ ແລະ ທຸລະກໍາຂອງບໍລິສັດເຊົ່າສິນເຊື້ອ ເປັນຕົ້ນ ການກໍານົດມູນຄ່າຊັບສິນເຊົ່າ, ຄ່າງວດ, ຄ່າປັບໃໝ ແລະ ຄ່າອື່ນໆ ແມ່ນບໍ່ອະນຸຍາດໃຫ້ດໍາເນີນເປັນ ເງິນຕາຕ່າງປະເທດ.

ກໍລະນີ ບໍລິສັດເຊົ່າສິນເຊື່ອ ລະເມີດແຈ້ງການສະບັບນີ້ ຈະຖືກດໍາເນີນມາດຕະການຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການກ່ຽວຂ້ອງ.

Leave a Reply

Your email address will not be published. Required fields are marked *

Back to top button