ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ

ກິນເຂົ້າຊຸມກັນ ເອົາລະເບີດອອກມາແກະຫລິ້ນ
ເຮັດໃຫ້ລະເບີດແຕກ ເສຍຊີວິດ 4

ແຈ້ງຂ່າວ ວັນທີ 13/09/2023ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ1 ເມືອງນ້ຳບາກ ແຂວງຫລວງພະບາງ ເວລາປະມານ 19 ໂມງແລງ ຢູ່ເຮືອນຂອງ ອາຈານສອນເພັດ ຄູສອນລະບຽບກິລາ

ໄດ້ມີການຊຸມເຂົ້າກັບຫນູ່ເພື່ອນແລະຍາດພີ່ນ້ອງໃນວົງລວມ6ຄົນ ໃນນັ້ນ ອາຈານສອນເພັດ ໄດ້ເອົາລະເບີດອອກມາຫລີ້ນແລ້ວຖອດສະລັກອອກ ແລະ ລືມສຽບສະເຂົ້າ ເຮັດໃຫ້ເກີດລະເບີດຂື້ນ ຄາທີ່ 3 ຄົນ

ນຳສົ່ງໂຮງຫມໍແຂວງເສຍຊີວິດເພີ່ມອີກ1ຄົນລວມເສຍຊີວິດ 4 ຄົນ ເຈັບຫັດ2 ຄົນ

ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ

Leave a Reply

Your email address will not be published. Required fields are marked *

Back to top button