ບໍ່ເຫັນຊີເກັງສຸດທ້າຍຍ້ອນຄວາມຮູ້ບໍ່ເທົ່າເຖີງກັນ

ຂ່າວ: ເຈົ້າໜ້າທີ່ ປກສ ເມືອງສິງ ສືກສາອົບຮົມໄວ້ໝຸ່ມ ອັດຄຼີບທີມີເນື້ອຫາ ທີ່ໃຊ້ພຶດຕິກຳບໍ່ເໝາະສົມຕໍ່ສັງຄົມ ແລະ ປະເທດຊາດ ໂພດລົງຜ່ານສື່ໂສຊ້ຽວອອນລາຍ ແອບຕີກຕ໋ອກ.

ໃນຕົ້ນເດືອນກັນຍາຜ່ານມານີ້ ໄດ້ມີໄວ້ໝຸ່ມໄດ້ຖ່າຍຄຼິບ ໂດຍມີເນື້ອຫາ ທີ່ໃຊ້ພຶດຕິກຳບໍ່ເໝາະສົມຕໍ່ສັງຄົມ ແລະ ປະເທດຊາດ ໂພດລົງຜ່ານສື່ໂສຊ້ຽວອອນລາຍແອບຕີກຕ໋ອກ ແລະ ເຟດບຸກ ດັ່ງນັ້ນ ທາງເຈົ້າໜ້າທີ່ ໜ່ວຍ ງານສືບສວນ-ສອບສວນຄະດີອາຍາ ແລະ ເສດຖະກິດ ພະແນກຕຳຫຼວດ

ກອງບັນຊາການ ປກສ ເມືອງສິງ ຈື່ງໄດ້ ເກັບກຳຂໍ້ມູນ ເຫັນວ່າມີມູນຄວາມຈີ່ງແທ້ ພ້ອມທັງນຳໂຕຜູ້ກ້ຽວ ຊື່ທ້າວ ອາລອງ ອາຍຸ 16 ປີ ອາຊີບ ຊາວສ່ວນ ປັດຈຸບັນຢູບ້ານ ຈ່າວັງ ເມືອງສິງ ແຂວງຫຼວງນ້ຳທາ

ມາດຳເນີນການສອບສວນ ຜ່ານການສອບສວນ ຜູ້ກ້ຽວໄດ້ ຮັບສະຫະພາບວ່າ: ໃນຄັ້ງວັນທີ 02 ກັນຍາ 2023 ຜ່ານມານີ້ ຕົນໄດ້ຂໍເງີນນຳແມ່ ເພື່ອຈະໄປ ຊື້ໂທລະສັບ ໜ່ວຍໃໝ່ ຈາກນັ້ນໄດ້ຂັບຂີ້ລົດຈັກ ເພື່ອມາເບີ່ງໂທລະສັບທີ່ຕົນຖືກໃຈຢູ່ຮ້ານ

ແຕ່ເງີນບໍ່ພໍຈື້ງຂັບຂີ່ ລົດຈັກກັບ ໄປ ຂໍເງີນນຳແມ່ຕື້ມອີກ ພໍກັບໄປຮອດເສັ້ນທາງເຂດ ບ້ານ ຫ້ວຍລອງໃໝ່ ເມືອງສິງ ທາງເຂົ້າບໍລິສັດຢາງພາລາ ຕົນຈື່ງໄດ້ພັກເຊົາເມືອຍ ເວລາດຽວກັນນັ້ນໄດ້ເຫັນໝູ່ ຂັບຂີ່ລົດຈັກມານຳຫຼັງ ຈື່ງເອີ່ນໃຫ້ຈອດ ແລ້ວຖ່າຍຄຼິບໃຫ້ ໂດຍທີ່ຄຼີບດັ່ງກ່າວ ແມ່ນມີເນື້ອຫາທີ່ໃຊ້ພຶດຕິກຳບໍ່ເໝາະສົມຕໍ່ສັງຄົມ ແລະ ປະເທດຊາດ ທີ່ຜູ້ກ້ຽວໄດ້ໃຊ້ເງີນ

ອອກມາຫວ່ານຊະຕາມພື້ນສີມັງ ພ້ອມທັງຈັບເອົາເງີນ ເຮັດລັກສະນະເຊັດຂີ້ມຸກ ເຊັດເຫື່ອ ແລະ ໃຊ້ຕີນຢຽບ ເງີນໄປພ້ອມ ພາຍຫຼັງທີ່ຖ່າຍວິດີໂອ ສຳເລັດແລ້ວ ຈື່ງໄດ້ໂພດລົງແອບຕີກຕ໋ອກ ໃຫ້ສັງຄົມຮັບຮູ້ ໂດຍທີ່ຜູ້ກ້ຽວ ໂຟດລົງໄປນັ້ນ ແມ່ນຍ້ອນຄວາມຮູ້ເທົ່າບໍເຖີ່ງການ ເຊີ່ງແຮງຈຸງໃຈ ທີ່ຜູ້ກ້ຽວອັດຄຼີບດັ່ງກ່າວ

ນັ້ນແມ່ນບໍ່ມີໃຜ ບອກໃຫ້ເຮັດ ແລະ ບໍ່ໄດ້ມີການຊື່ຈ່າງຈອບອອຍ ຈາກກຸ່ມຄົນບໍ່ດີແຕ່ຢາງໃດ ທີ່ຕົນເຮັດໄປນັ້ນກໍ່ເພື່ອ ທີ່ຢາກ ຈະດັງເປັນດາວຕີກຕ໋ອກ ແລະ ຢາກໄດ້ຍອດວິວເຮັດໃຫ້ສັງຄົມ ແລະ ຜູ້ໃຊ້ແອບຕິກ ຕ໋ອກດັນຍອດວິວ ຂອງຕົນ ເພີ່ມຂື້ນເທົ່ານັ້ນ .

ຕໍ່ກັບປັນຫາດັ່ງກ່າວ ຜູ້ກ້ຽວກໍໄດ້ຂໍໂທດຕໍສັງຄົມ ແລະ ປະເທດຊາດ ທີ່ຕົນໄດ້ອັດຄຼີບ ແລ້ວໂຟດລົງແອບ ຜ່ານສື່ໂສຊ້ຽວນັ້ນ ກໍຍ້ອນຄວາມຮູ້ບໍເທົ່າເຖີ່ງການ, ຈາກນັ້ນທາງເຈົ້າໜ້າທີ່ ປກສ ເມືອງສິງ ກໍ່ກ່າວເຕື່ອນ ພ້ອມ ທັງໄດ້ສືກສາອົບຮົມໃຫ້ຜູ້ກ້ຽວ ໃຫ້ລົບຄຼິບອອກ ແລະ ບໍ່ໃຫ້ເຮັດມີຄັ້ງຕໍ່ໄປຕື້ມອີກ ພ້ອມທັງເຮັດບົນທືກ ໄວ້ເພື່ອ ເປັນຫຼັກຖານ.

ຄລິບ

Leave a Reply

Your email address will not be published. Required fields are marked *

Back to top button