ຕົນເອງທຸກ ແຕ່ມີນ້ຳໃຈງາມ ຮອບເຄື່ອງທີ່ມີໄປຊ່ວຍເຫຼືອຜູ້ປະສົບໄພຈາກເຫດແຜ່ນດິນໄຫວໃນຕວັກກີ-ຊີເຣຍ
ຈື່ໄດ້ບໍ? ຊາຍສັນຊາດອາເຊີໄບຈານ ນ້ຳໃຈງາມ ຮອບເຄື່ອງທີ່ມີໄປຊ່ວຍເຫຼືອຜູ້ປະສົບໄພຈາກເຫດແຜ່ນດິນໄຫວໃນຕວັກກີ-ຊີເຣຍ.
ຫຼ້າສຸດ ມີນັກທຸລະກິດໄດ້ຊື້ລົດຄັນໃໝ່ໃຫ້ລາວ ຫຼັງຈາກໄດ້ພົບເຫັນເລື່ອງຂອງລາວ ທີ່ໄດ້ນຳເອົາເຄື່ອງໄປຊ່ວຍເຫຼືອປະຊາຊົນໃນຕວັກກີ.
ໂດຍລົດຄັນໃໝ່ຖືກສົ່ງໄປໃຫ້ທີ່ບ້ານຂອງລາວ ພ້ອມຊາຍຜູ້ນີ້ຢືນຢັນວ່າຈະບໍ່ຂາຍລົດຄັນເກົ່າ ຈະເກັບມັນໄວ້ເພາະມັນເປັນສັນຍະລັກການຊ່ວຍເຫຼືອຕວັກກີໃນຍາມປະເຊີນກັບໄພພິບັດ.