ຄວາມຢາກຮູ້ ຢາກເຫັນ ຈື່ງ ຍັດສາຍ USB ເຂົ້າອະໄວຍະວະເພດ ເພື່ອ…ຂອງ

ເດັກໄວອາຍຸ 15 ປີໄດ້ໃຊ້ສາຍ USB ຍັດເຂົ້າໃນອະໄວຍະວະເພດ ແຕ່ພັດດຶງອອກບໍ່ໄດ້ ຍ້ອນສາຍຖືກມ້ວນຢູ່ພາຍໃນ ເຊິ່ງເດັກຄົນດັ່ງກ່າວໄດ້ພະຍາຍາມດຶງອອກດ້ວຍຕົວເອງແຕ່ບໍ່ສໍາເລັດ ຈົນເຮັດໃຫ້ມີເລືອດອອກ ແລະ ຍ່ຽວເປັນເລືອດ ຈຶ່ງຍອມບອກໃຫ້ຄອບຄົວພາໄປໂຮງໝໍ.

ຈາກການສ່ອງກ້ອງກວດເບິ່ງພາຍໃນທໍ່ຍ່ຽວເຫັນວ່າສາຍ USB ພັນກັນເປັນກ້ອນຢູ່ພາຍໃນ ເຊິ່ງທາງທີມແພດໄດ້ພະຍາຍາມໃຊ້ອຸປະກອນພິເສດໃນການນໍາສາຍອອກມາແຕ່ກໍບໍສໍາເລັດ  ແພດຈຶ່ງໄດ້ສົ່ງໂຕໄປໂຮງໝໍໃຫຍ່ໃນເມືອງລອນດອນເພື່ອຜ່າຕັດ.

ເດັກຊາຍໄດ້ສາລະພາບກັບທາງທີມແພດວ່າ ໄດ້ສອດສາຍ USB ເຂົ້າໄປເພື່ອວັດຂະໜາດຂອງອະໄວຍະວະເພດຂອງຕົວເອງ ເພາະຄວາມຢາກຮູ້. ສຸດທ້າຍແລ້ວ ທາງທີມແພດມະຫາວິທະຍາໄລລອນດອນໄດ້ຜ່າຕັດເອົາສາຍ USB ອອກມາໄດ້ສໍາເລັດ, ເດັກຄົນດັ່ງກ່າວປອດໄພ ແລະ ສາມາດກັບບ້ານໄດ້.

ທາງທີມແພດໄດ້ບອກວ່າ ມັກຈະມີໄວໜຸ່ມນໍາສິ່ງຂອງຕ່າງໆເປັນຕົ້ນແມ່ນ: ເຂັມ, ລວດ, ຫຼື ເປືອກໝາກຖົ່ວຍັດເຂົ້າໄປ ເພາະຄວາມຢາກຮູ້ຢາກເຫັນ ຫຼື ເມົາເຫຼົ້າ ພ້ອມທັງເຕືອນວ່າສິ່ງຂອງທີ່ຍັດເຂົ້າໄປໃນອະໄວຍະວະເພດນັ້ນອາດຈະເຮັດໃຫ້ເກີດບັນຫາຫຼາຍຢ່າງເຊັ່ນ: ຍ່ຽວອອກເລືອດ, ຍ່ຽວບໍ່ອອກ ເປັນຕົ້ນ.

ແຫຼ່ງຂ່າວ: Sanook

Leave a Reply

Your email address will not be published. Required fields are marked *

Back to top button