ລົດຈັກປະທະລົດໃຫຍ່ ທາງເຂດເມືອງຊຽງເງິນ ເສຍຊີວິດ 1
ອຸບັດຕິເຫດຂັບຂີ່ລົດໃຫຍ່ຕໍາກັບລົດຈັກ ເສຍຊີວິດຄາທີ່ 1 ຄົນ
.
ວັນທີ06/01/2023 ເວລາ16:58ນາທີ,ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດຂັບຂີ່ລົດໃຫຍ່+ລົດຈັກ ຢູ່ເສັ້ນທາງບ້ານ ໂພນຊຽງ ເມືອງຊຽງເງິນ ແຂວງຫລວງພະບາງ
ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດເພດຊາຍ01 ຄົນ ຊື່ທ້າວທະນຸສອນ ອາຍຸ30ປີ ບ້ານຢູ່ປັດຈຸບັນບ້ານ ພອນໄຊ ເມືອງຊຽງເງິນ ແຂວງຫລວງພະບາງ
ດັ່ງນັ້ນທີມງານຫນ່ວຍກູ້ຊີບອົງການກາແດງລາວໄດ້ຫໍ່ສົບແລ້ວນຳສົ່ງບ້ານຂອງຜູ້ເສຍຊີວິດ
#ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຂໍສະແດງຄວາມເສຍໃຈມາຍັງຄອບຄົວຂອງຜູ້ເສຍຊີວິດຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸກຂະຕິດ້ວຍເທີ້ນ
#ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ 071 1625 ; 030 9211625
#ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.