ໂລ່ງໃຈ ເມື່ອ CEO M9 ອອກມາແກ້ໄຂຂ່າວປະເດັນ ຕົນເອງຖືກສັງຄົມ ສົງໄສວ່າເປັນຜູ້ຢູ່ເບື້ອງຫຼັງຂອງຢາບ້າ

ໂລ່ງໃຈ ເມື່ອ CEO M9 😄 ອອກມາແກ້ໄຂຂ່າວປະເດັນ ຕົນເອງຖືກສັງຄົມອອນລາຍ ສົງໄສວ່າເປັນຜູ້ຢູ່ເບື້ອງຫຼັງຂອງຂະບວນລົດນໍ້າມັນຍັດຢາບ້າ ແລະ ຖືກຕັດໃສ່ພາບຂ່າວຮ້າຍໆນານາ .

.

ຕາມຂ່າວ ວັນທີ 23 ຜ່ານມາ ເຈົ້າໜ້າທີ່ຕຳຫຼວດພາສີ ດ່ານ ໜອງຄາຍ ໄດ້ຍຶດລົດນໍ້າມັນທີ່ຍັດຢາເສບຕິດ 4 ລ້ານເມັດ ພ້ອມໄດ້ສຳພາດ ຜູ້ຂັບລົດໄດ້ສາລະພາບວ່າ ຕົນຖືກສາວໄຮໂຊດັງ ຄົນຫຼັກ20 ຈ້າງຂົນສົ່ງຢາເສບຕິດຈາກເຂດທາງ 450ປີ ໄປໜອງຄາຍປະເທດໄທ ດ້ວຍເງິນ 5ໝື່ນບາດ ເຊິ່ງເຈົ້າໜ້າໄທກໍບໍ່ໄດ້ເປີດເຜີຍຂໍ້ມູນຜູ້ຢູ່ເບື້ອງຫຼັງເທື່ອ.

.

ຫຼັງຈາກຂ່າວໄດ້ຕີແຜ່ລົງສື່ ອອນລາຍຢ່າງໄວວາວົງກວ້າງ ເຮັດໃຫ້ຫຼາຍຄົນຕັ້ງຂໍ້ສົງໄສ ວ່າສາວໄຮໂຊ ບໍ່ແມ່ນໃຜອື່ນຕ້ອງແມ່ນຜູ້ນີ້ CEO ຄຣິມ ຕ່າງໆ ນາໆ ມະໂນສົງໄສແລ້ວເກີດມີການຕັດພາບມາຫຼາຍໆຢ່າງເຮັດໃຫ້ຜູ້ຖືກສົງໄສເປັນສາວ ໄໝພອນ ສີພູທອນ ແມ່ຄ້າອອນລາຍທີ່ລໍ້າລວຍໃນຕອນນີ້ ຕ້ອງເປັນຈຳເລີຍປາກຊາວເນັດໄປຊົ່ວວູບ

ຫຼ້າສຸດ ເມື່ອເຫດການນີ້ໄດ້ຮອດຫູຜູ້ຖືກກ່າວ ດັ່ງ ສາວໄໝພອນ ພ້ອມສາມີໄດ້ອອກມາໄລ້ສົດ ຊີ້ແຈ້ງ ວ່າເຫດການທີ່ເປັນຂ່າວຊັກທອດມາເຖິງຕົນເອງນັ້ນບໍ່ແມ່ນຄວາມຈິງທຸກປະການ ຢັ້ງຢືນວ່າ

ຕົນແລະຄອບຄົວບໍ່ໄດ້ພົວພັນກັບຂະບວນຢາເສບຕິດນັ້ນ ແລະ ບໍ່ມີປໍ້ານໍ້າມັນຢ່າທີ່ເປັນຂ່າວ ແຕ່ຕົນເອງມີທຸລະກິດ ຂາຍສີນຄ້າຜະລິດຕະພັນອາຫານເສີມ ເພື່ອສຸຂະພາບ ຂາຍ ລົດໄຟຟ້າ ທຸລະກິດຂົນແຮ່ທາດ ແລະ

ໄດ້ກ່າວຂໍໂທດເຮັດໃຫ້ທີມງານພີ່ນ້ອງແຕກຕື່ນ ຂໍເຄຍມື້ນີ້ ໃຫ້ທຸກຄົນທີ່ຮັກເຮົາອຸ່ນໃຈໄວ້ໃຈໄດ້ ແລະ ຈະບໍ່ເອົາໂທດໃດໃດກ່ຽວກັບອອນລາຍ ແຖມຈະແຈກກ່ອງຊຸ່ມໃຫ້ລູກຄ້າອີກ

ສະແດງວ່າ ເຫດການທີ່ໜ້າຄົ້ນຫາສາວໄຮໂຊນີ້ເປັນຂ່າວປິດສະໜາຕາມຫາຜູ້ບົ່ງການຕໍ່ໄປ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button